ປະທານາທິບໍດີ ປະເທດກາບົງ ທ່ານ ອາລີ ບ໋ອງໂກ້ ອອນດິມບ້າ ຮຽກຮ້ອງໃຫ້ ປີແອ ເອເມຣິກ ໂອບາເມຢ໋ອງ ນັກເຕະບານສູນໜ້າສະໂມສອນ ເຊວຊີ ກັບມາຮັບໃຊ້ທີມຊາດກາບົງອີກຄັ້ງ ພາຍຫລັງ ໂອບາເມຢ໋ອງ ປະກາດອຳລາອາຊີບໃນກາງອາທິດນີ້, ປະທານາທິບໍດີ ປະເທດກາບົງ ເຫັນວ່າ: ໂອບາເມຢ໋ອງ ຍັງມີຄວາມສຳຄັນກັບທີມຢ່າງຍິ່ງ ດ້ວຍສັກກະຍະພາບ, ຄວາມສາມາດ ແລະ ປະສົບການທີ່ມີ ຂອງສູນໜ້າ ໄວ 33 ປີ ຈະຊ່ວຍໃຫ້ທີມຊາດກາບົງ ຜ່ານການຄັດເລືອກ ໄປແຂ່ງຂັນຮອບສຸດທ້າຍ ເຕະບານຊິງແຊ້ມທະວີບອາຟຣິກາ ໃນຕົ້ນປີ 2024.
ໂອບາເມຢ໋ອງ ເກີດຢູ່ຝຣັ່ງ ຮັບໃຊ້ທີມຊາດກາບົງຊຸດໃຫຍ່ ມາແຕ່ປີ 2009 ລົງຫລິ້ນ 72 ນັດ ຍິງ 30 ປະຕູ, ເປັນດາວຍິງສູງສຸດຂອງທີມ, ປະຈຸບັນ ໂອບາເມຢ໋ອງ ຢູ່ກັບ ເຊວຊີ ແຕ່ບໍ່ໄດ້ຮັບໂອກາດເທົ່າທີ່ຄວນ ໄດ້ລົງຫລິ້ນພຽງ 21 ນັດ ຍິງ 3 ປະຕູ ສ່ວນຫລາຍເປັນຕົວສຳຮອງ, ມີຂ່າວ ເຊວຊີ ອາດປ່ອຍຕົວອອກຈາກທີມຫລັງຈົບລະດູການນີ້.