ໂບນຸກຊີ້ ກັບຕັນທີມ ຢູເວັນຕຸສ ປະກາດຈະອຳລາອາຊີບ ຫລັງຈົບລະດູການໜ້າ

ລີໂອນາໂດ້ ໂບນຸກຊີ້ ຫົວໜ້າທີມ ທັບມ້າລາຍ ຢູເວັນຕຸສ ປະກາດຈະອຳລາອາຊີບ ຫລັງຈົບລະດູການໜ້າ, ໂບນຸກຊີ້ ກອງຫລັງຊາວອີຕາລີ ໄວ 36 ປີ ຍຶດອາຊີບເຕະບານມາແຕ່ປີ 2005 ກັບ 6 ສະໂມສອນໃນບ້ານເກີດ ເປັນຕົ້ນ ອິນເຕີ ມິລານ, ເອຊີ ມິລານ ແລະ ຢູເວັນຕຸສ, ລົງຫລິ້ນ 653 ນັດ ຍິງ 45 ປະຕູ. ໄດ້ແຊ້ມ ເຊຣີອາ ກັບ ຢູເວ່ 8 ສະໄໝ, ກັບ ອິນເຕີ 1 ສະໄໝ, ໄດ້ແຊ້ມ ໂຄປ້າ ອີຕາເລຍ ກັບ ຢູເວ່ 4 ສະໄໝ, ຊຸບເປີຄັບ ອີຕາລີ 5 ສະໄໝ ແລະ ຮອງແຊ້ມ ຢູຟ້າ ແຊ້ມປ້ຽນລີກອີກ 2 ສະໄໝ.

ລະດູການນີ້ ໂບນຸກຊີ້ ໄດ້ລົງຫລິ້ນ 24 ນັດ ຍິງ 2 ປະຕູ, ໃນນາມທີມຊາດອີຕາລີ ຕິດທີມຊຸດໃຫຍ່ໃນປີ 2010 ຫາ 2022 ຮັບໃຊ້ຊາດ 120 ນັດ ຍິງ 8 ປະຕູ, ຊ່ວຍທັບອັຊຊູຣີ້ ໄດ້ແຊ້ມຢູໂຣ 2020, ທີ 3 ຟີຟ້າ ຄອນເຟດເດີເຣຊັ່ນຄັບ ແລະ ຢູຟ້າ ເນຊັ່ນລີກ.

Leave a Reply

Your email address will not be published. Required fields are marked *