ຝາຍຈັດການແຂ່ງຂັນລົດສູດໜຶ່ງ ຟໍຣມູລ້າວັນ (F1) ໄດ້ປະກາດຍົກເລີກການແຂ່ງຂັນລາຍການ ເອມີເລຍ ໂຣມາຢ້າ ກຣັງປຣີ (Emilia Romagna Grand Prix) ທີ່ຈະແຂ່ງຂັນໃນທ້າຍອາທິດນີ້ ຢູ່ສະໜາມອີໂມລ້າ ປະເທດອີຕາລີ ຍ້ອນເກີດອຸທົກກະໄພນໍ້າຖ້ວມໜັກ ຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ໄດ້ຮັບຜົນກະທົບຫລາຍກວ່າ 5000 ຄົນ ເຮັດໃຫ້ການແຂ່ງຂັນ ເອັຟວັນ ໃນປີນີ້ ຈາກສະຖິຕິສູງສຸດ 23 ສະໜາມ ເຫລືອ 22 ສະໜາມ.
ສຳລັບ ສະໜາມຕໍ່ໄປ ສະໜາມທີ 6 ລາຍການ ສະແປນນິສ ກຣັງປຣີ (Spanish Grand Prix) ຈະແຂ່ງຂັນຢູ່ສະໜາມ ບາຣເຊໂລນ້າ-ກາຕາລຸນຢ້າ, ປະເທດແອັສປາຍ ໃນວັນທີ 20-22 ພຶດສະພານີ້.