ທີມຍິງ ເຊວຊີ ໃກ້ສ້າງສະຖິຕິຄອງແຊ້ມລີກສູງສຸດຂອງອັງກິດ 4 ສະໄໝຕິດຕໍ່ກັນ ພາຍຫລັງຊະນະ ເວັສແຮມ 4-0

ທີມຍິງຂອງ ເຊວຊີ ຜົນງານຍັງດີຕໍ່ເນື່ອງ ພາຍຫລັງຄວ້າແຊ້ມ ເອຟເອຄັບ 3 ສະໄໝຕິດຕໍ່ກັນ ຫລ້າສຸດໃນເກມລີກ ບຸກຖະຫລົ່ມ ເວັສແຮມ ຢູໄນເຕັດ 4-0 ແຊງ ແມນເຊັສເຕີ ຢູໄນເຕັດ ຂຶ້ນເປັນທີມນຳ ມີ 52 ຄະແນນ ຈາກ 20 ນັດ ນຳອັນດັບສອງ 2 ຄະແນນ ເຫລືອການແຂ່ງຂັນພຽງສອງນັດສຸດທ້າຍ ນັ້ນໝາຍວ່າ ທີມຍິງ ເຊວຊີ ໃກ້ສ້າງສະຖິຕິຄອງແຊ້ມລີກສູງສຸດຂອງອັງກິດ 4 ສະໄໝຕິດຕໍ່ກັນ ຫາກຊະນະໃນສອງນັດສຸດທ້າຍ ເປັນແຊ້ມທັນທີ.

ສຳລັບ 2 ນັດສຸດທ້າຍຂອງທີມຍິງ ເຊວຊີ ຈະເປີດບ້ານພົບ ອາຣເຊນໍລ ທີມລຸ້ນໂຄຕ້າ ແຊ້ມປ້ຽນລີກ ໃນວັນທີ 21 ພຶດສະພາ ແລະ ນັດສຸດທ້າຍໄປຢາມ ເຣດດິ້ງ ທີມໜີຕົກຊັ້ນ ໃນວັນທີ 27 ພຶດສະພາ 2023.

Leave a Reply

Your email address will not be published. Required fields are marked *