ຟີຟ້າ ແລະ ເຈົ້າພາບ ເປີດໂສມສັນຍາລັກ ຫລື ໂລໂກ້ ບານໂລກ 2026

ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ເປີດໂສມສັນຍາລັກ ຫລື ໂລໂກ້ ເຕະບານຊາຍຊິງແຊ້ມໂລກ ຄັ້ງທີ 23 ຫລື ບານໂລກ ປີ 2026 ທີ່ມີ 3 ຊາດຮ່ວມກັນເປັນເຈົ້າພາບຄັ້ງທຳອິດຄື: ສະຫະລັດ ອາເມຣິກາ, ເມັກຊິໂກ້ ແລະ ການາດ້າ.

ລັກສະນະຂອງສັນຍາລັກ ຈະມີຂັນແຊ້ມໂລກ ພ້ອມກັບຕົວອັກສອນ FIFA ແລະ ຕົວເລກ 26 ເປັນແບັກກາວດ້ານຫລັງ, ເຊິ່ງບານໂລກຄັ້ງນີ້ ເປັນຄັ້ງທຳອິດທີ່ເພີ່ມທີມໃນຮອບສຸດທ້າຍ ຈາກ 32 ທີມ ເປັນ 48 ທີມ, ມີ 16 ສະໜາມໃນ 16 ເມືອງເຈົ້າພາບ, ອາເມຣິກາ 11 ສະໜາມ, ເມັກຊິໂກ້ 3 ສະໜາມ ແລະ ການາດ້າ 2 ສະໜາມ.

Leave a Reply

Your email address will not be published. Required fields are marked *