ເຈີເກັນ ຄັອບ ຜູ້ຈັດການທີມ ລີເວີພູລ ຖືກສະມາຄົມບານເຕະອັງກິດ ຫລື ເອັຟເອ ລົງໂທດຫ້າມຄຸມທີມຂ້າງສະໜາມ 2 ນັດ ຍ້ອນສະແດງພຶດຕິກຳບໍ່ເໝາະສົມ ລະເບີດອາລົມໃສ່ຜູ້ຕັດສິນ ພໍລ ເທ່ຍນີ້ ເກມພຣີເມ່ຍລີກ ນັດທີ່ ລີເວີພູລ ເປີດບ້ານເອົາຊະນະ ສະເປີ ແບບຫວຸດວິດ 4-3.
ໂທດຄັ້ງນີ້ ເຮັດໃຫ້ ຄັອບ ອົດຄຸມ ຫົງແດງ ໃນ 2 ນັດສຸດທ້າຍ ທີ່ຈະເປີດບ້ານພົບກັບ ແອັສຕັນ ວິນລ້າ ໃນວັນເສົາທີ 20 ພຶດສະພານີ້ ແລະ ຈະໄປຢາມ ເຊົາແທ່ມຕັນ ວັນທີ 28 ພຶດສະພາ 2023.
ພ້ອມກັນນີ້ ຄັອບ ກໍຖືກປັບໄໝ 75,000 ປອນ, ນີ້ເປັນຄັ້ງທີສອງທີ່ ເຈີເກັນ ຄັອບ ຖືກລົງໂທດໃນກໍລະນີດຽວກັນ ຕໍ່ຈາກນັດພົບກັບ ແມນຊິຕີ້ ໃນເດືອນຕຸລາປີຜ່ານມາ.