ເຕະບານ ລາວລີກ 1 ປີ 2023 ຮອບຂາກັບ ກັບມາແຂ່ງຂັນທ້າຍອາທິດນີ້ ນໍ້າທາ ລຸ້ນຢຸດສະຖິຕິຊະນະລວດຂອງ ຊ້າງນ້ອຍ

ຕາຕະລາງການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ກັບມາແຂ່ງຂັນ ຮອບຂາກັບ ນັດທີ 8 ໃນທ້າຍອາທິດນີ້ ຫລັງນັກກິລາສຳເລັດພາລະກິດຮັບໃຊ້ທີມຊາດ ໃນຊີເກມ ຄັ້ງທີ 32.

ວັນເສົາທີ 20 ພຶດສະພາ 2023 ເອສະຣາ ພົບ ວຽງຈັນ ແຂ່ງຂັນທີ່ສະຫນາມກິລາແຫ່ງຊາດ ຫຼັກ16 ເວລາ 16:00.

ວັນອາທິດທີ 21 ພຶດສະພາ 2023 ມີ 3 ຄູ່: ນ້ຳທາ ຢູໄນເຕັດ ພົບກັບ ແຊ້ມເກົ່າ ຊ້າງນ້ອຍ ແຂ່ງຢູ່ສະຫນາມກິລາ ແຂວງຫຼວງນ້ຳທາ ເວ​ລາ 15:30, ຈຳປາສັກ ພົບ ມາສເຕີ ເຊເວັ້ນ ແຂ່ງທີ່ສະຫນາມກິລາ ແຂວງຈຳປາສັກ ເວ​ລາ 16:00 ແລະ ຫຼວງພະບາງ ພົບ ກອງທັບ ແຂ່ງຢູ່ສະຫນາມກິລາ ແຂວງຫຼວງພະບາງ ເວ​ລາ 16:00.

Leave a Reply

Your email address will not be published. Required fields are marked *