ສະເຕຟານັອສ ຊິດຊີປັສ ນັກເທັນນິສ ມື 5 ຂອງໂລກ ຈາກເກຣັກ ຮອງແຊ້ມປີຜ່ານມາ ເອົາຊະນະ ບໍນ້າ ໂຄຣິກ ມື 16 ຂອງໂລກ ຈາກໂຄຣເອເຊຍ 2-0 ເຊັດ: 6-3, 6-4 ເຂົ້າຮອບ 4 ຄົນສຸດທ້າຍ ໄປພົບກັບ ດານິວ ແມັດເວເດັຟ ມື 3 ຂອງລາຍການ ຈາກຣັດເຊຍ ທີ່ຊະນະ ຢານນິກ ຮາຟແມ້ນ ຈາກເຢຍລະມັນ ທີ່ມາຈາກຮອບຄັດເລືອກ 2-0 ເຊັດ: 6-2 ທັງສອງເຊັດ.
ຂະນະທີ່ ແຄັສເປີ ຣຸດ ມື 4 ຈາກນອກແວ ກໍຜ່ານໄດ້ ເຊັ່ນດຽວກັບ ໂຮເກີ້ ຣູເນີ້ ມື 7 ຈາກດານມາກ ແຕ່ ໂນວັກ ໂຢໂຄວິກ ແຊ້ມເກົ່າ ມື 1 ຂອງໂລກ ຕົກຮອບ.