ນິວຄາສເຊິນ ຊະນະ ໄບຣຕັນ 4-1 ໃກ້ໄດ້ໄປ ແຊ້ມປ້ຽນລີກ ລະດູການໜ້າ

ເຕະບານ ພຣີເມ່ຍລີກ ອັງກິດ ໃນຄືນວັນພະຫັດທີ 18 ພຶດສະພາຜ່ານມາ, ນິວຄາສເຊິນ ເປີດບ້ານເອົາຊະນະ ໄບຣຕັ້ນ 4-1 ໄຊຊະນະນັດນີ້ ເຮັດໃຫ້ ນິວຄາສເຊິນ ໃກ້ໄດ້ໄປຫລິ້ນ ຢູຟ້າ ແຊ້ມປ້ຽນລີກ ລະດູການໜ້າ ເມື່ອມີຄະແນນຖິ້ມຫ່າງ ອັນດັບ 5 ລີເວີພູລ 4 ຄະແນນ ເຫລືອການແຂ່ງຂັນພຽງ 2 ນັດ ຫາກຊະນະນັດຕໍ່ໄປ ນິວຄາສເຊິນ ຕິດທັອບໂຟແນ່ນອນ.

ຂະນະທີ່ ໄບຣຕັ້ນ ການປະລາໄຊນັດນີ້ ເຮັດໃຫ້ໝົດລຸ້ນໄປ ແຊ້ມປ້ຽນລີກ ແຕ່ຍັງມີລຸ້ນໂຄຕ້າ ຢູໂຣປ້າລີກ ມີ 58 ຄະແນນ ຈາກ 35 ນັດ, ຢູ່ອັນດັບ 6 ນຳອັນດັບ 7 ແລະ 8 ໜຶ່ງຄະແນນ.

ນັດສຸດທ້າຍຂອງ ໄບຣຕັ້ນ ຈະເປີດບ້ານພົບກັບ ເຊົາແທ່ມຕັນ, ເປີດບ້ານພົບກັບ ແມນຊິຕີ້ ແລະ ໄປຢາມ ແອັສຕັນ ວິນລ້າ, ສ່ວນ ນິວຄາສເຊິນ ນັດລສຸດທ້າຍ ຈະເປີດບ້ານພົບກັບ ເລັສເຕີ ຊິຕີ້ ແລະ ໄປຢາມ ເຊວຊີ.

Leave a Reply

Your email address will not be published. Required fields are marked *