ເວັສແຮມ ເຂົ້າຊິງບານເອີຣົບ ໃນຮອບ 47 ປີ ພາຍຫລັງບຸກຊະນະ ເອແຊັດ ອັກມ້າ 1-0

ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີສອງ, ຄືນວັນທີ 18 ພຶດສະພາຜ່ານມາ, ເວັສແຮມ ຢູໄນເຕັດ ບຸກຊະນະ ເອແຊັດ ອັກມ້າ 1-0 ຈາກປະຕູໄຊຂອງ ປາໂບ ຟໍນາວ ນາທີ 90’+4 ລວມຜົນສອງນັດ ເວັສແຮມ ຊະນະ 3-1.

ເວັສແຮມ ເຂົ້າຊິງບານເອີຣົບ ໃນຮອບ 47 ປີ ໄປພົບກັບ ຟິອໍເຣນຕິນ້າ ທີ່ບຸກຊະນະ ບາເຊິນ ໃນການຕໍ່ເວລາພິເສດ 3-1 ເວລາປົກກະຕິ ຟິອໍ ບຸກຊະນະ 2-1 ລວມຜົນສອງນັດສະເໝີກັນ 3-3. ເວັສແຮມ ລຸ້ນເປັນແຊ້ມບານເອີຣົບອີກຄັ້ງໃນຮອບ 58 ປີ ຕໍ່ຈາກປິ 1965 ທີ່ເປັນແຊ້ມ ຄັບວິນເນີ້ຄັບ.

ຮອບຊິງ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ ຈະແຂ່ງຂັນທີ່ສະໜາມ ຟໍຕູນ້າ ອາຣີນ້າ ໃນນະຄອນຫລວງປຣາກ ປະເທດສາທາລະນະລັດເຊັກ ໃນຄືນວັນທີ 7 ມິຖຸນາ 2023.

Leave a Reply

Your email address will not be published. Required fields are marked *