ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີສອງ, ຄືນວັນທີ 18 ພຶດສະພາຜ່ານມາ, ເຊບີຢ້າ ເປີດບ້ານພົບກັບ ຢູເວັນຕຸສ ນັດທີ 1 ສະເໝີກັນ 1-1 ທີ່ບ້ານຂອງ ຢູເວ່, ນັດນີ້ ທີມຢາມນຳກ່ອນຈາກຕົວສຳຮອງ ດູຊານ ວະລາໂຮວິກ ນາທີ 65′ ແຕ່ເຈົ້າບ້ານທວງຄືນຈາກຕົວສຳຮອງເຊັ່ນກັນ ຊູໂຊ້ ນາທີ 71′ ຈົບ 90′ ນາທີສະເໝີກັນ 1-1 ລວມຜົນສອງນັດສະເໝີກັນ 2-2, ມາສູ້ກັນຕໍ່ໃນໄລຍະຕໍ່ເວລາພິເສດອີກ 30′ ນາທີ ແລະ ເປັນ ເຊບີຢ້າ ມາໄດ້ປະຕູໄຊຈາກອີກໜຶ່ງຕົວສຳຮອງ ເອລິກ ລາເມລ້າ ນາທີ 95′.
ເຊບີຢ້າ ເຂົ້າຮອບຊິງຊະນະເລີດ ຢູໂຣປ້າລີກ ໄປລຸ້ນແຊ້ມສະໄໝທີ 7 ພົບກັບ ໂຣມ້າ ທີ່ບຸກສະເໝີກັບ ໄບເອີ ເລເວີຄູເຊັນ 0-0 ລວມຜົນສອງນັດ ໂຣມ້າ ຊະນະ 1-0.
ຮອບຊີງຊະນະເລີດ ຈະແຂ່ງຂັນໃນຄືນວັນທີ 31 ພຶດສະພາ 2023 ທີ່ສະໜາມ ປຸສກັສ ອາຣີນ້າ ໃນນະຄອນຫລວງບູດາເປັສ ປະເທດຮົງກາຣີ້.