ລູຕັ້ນ ທາວ ລຸ້ນເລື່ອນຊັ້ນສູ່ ພຣີເມ່ຍລີກ ຄັ້ງທຳອິດ! ຊິງເພອັອຟກັບ ໂຄເວັນທີ້

ການແຂ່ງຂັນເຕະບານ ເດີ ແຊ້ມປ້ຽນຊິບ ລີກອັນດັບສອງຂອງອັງກິດ ລະດູການນີ້ ຮອບເພອັອຟ 4 ທີມ ນັດທີສອງ ໃນກາງອາທິດນີ້, ລູຕັ້ນ ທາວ ເອົາຊະນະ ຊັນເດີແລນ 2-0 ລວມຜົນສອງນັດ ລູຕັ້ນ ທາວ ເອົາຊະນະ 3-2 ລຸ້ນເລື່ອນຊັ້ນສູ່ ພຣີເມ່ຍລີກ ຄັ້ງທຳອິດ ເຂົ້າຮອບຊິງໄປພົບກັບ ໂຄເວັນທີ້ ຊິຕີ້ ທີ່ເອົາຊະນະ ມິດເດິນສະໂບ 1-0 ຈາກການລວມຜົນສອງນັດ, ໂຄເວັນທີ້ ກໍລຸ້ນເລື່ອນຊັ້ນກັບສູ່ລີກສູງສຸດໃນຮອບ 22 ປີ.

ການເພອັອຟຊິງເລື່ອນຊັ້ນສູ່ ພຣີເມ່ຍລີກ ຈະແຂ່ງຂັນຢູ່ສະໜາມເວັມບລີ້ ວັນທີ 27 ພຶດສະພານີ້, ທີມຊະນະ ຈະໄດ້ສິດເລື່ອນຊັ້ນເປັນທີມທີສາມ ຕໍ່ຈາກ ເບີນລີ້ ທີມແຊ້ມ ແລະ ເຊັຟຟິວ ຢູໄນເຕັດ ຮອງແຊ້ມ.

Photo: Luton Town Football Club

Leave a Reply

Your email address will not be published. Required fields are marked *