ອີວານ ໂທນີ້ ສູນໜ້າທີມຊາດອັງກິດ ໄວ 27 ປີ ທີ່ຟອມກຳລັງດີກັບຕົ້ນສັງກັດ ເບັນຟອດ ໃນພຣີເມ່ຍລີກລະດູການີ້ ຖືກສະມາຄົມບານເຕະອັງກິດ ລົງໂທດຫ້າມເຄື່ອນໄຫວໃນວົງການບານເຕະ 8 ເດືອນ ຍ້ອນພົວພັນການພະນັນ, ສະມາຄົມບານເຕະອັງກິດ ຫລື ເອັຟເອ ຢືນຢັນວ່າ: ກວດພົບ ອີວານ ໂທນີ້ ມີພຶດຕິກຳກ່ຽວຂ້ອງກັບການພະນັນເຖິງ 232 ຄັ້ງ ໃນລະຫວ່າງວັນທີ 25 ກຸມພາ ປີ 2017 ຫາວັນທີ 23 ມັງກອນ ປີ 2021 ເຊິ່ງຢູ່ກັບ ສະໂມສອນຄື: ສະກັນທັອບ ຢູໄນເຕັດ, ວີແກນ ແອັດເລຕິກ, ປີເຕີໂບໂລ້ ຢູໄນເຕັດ ແລະ ເບັນຟອດ.
ເອັຟເອ ໄດ້ລົງໂທດ ອີວານ ໂທນີ້ ຕາມລະບຽບ ແລະ ປັບໄໝ 50,000 ປອນ ຫລື ປະມານ 1 ຕື້ກວ່າກີບ ສຳລັບ ລະດູການີ້ ອີວານ ໂທນີ້ ຍິງໄດ້ 21 ປະຕູ ຈາກ 35 ນັດ ຊ່ວຍຕົ້ນສັງກັດຈົບອັນດັບ 1 ໃນ 10 ຂອງລີກລະດູການນີ້ແນ່ນອນ.
Photo: Brentford