ລີເວີພູລ ຖະແຫລງຢືນຢັນ 4 ນັກເຕະ ກຽມໂບກມືລາທີມຫລັງຈົບລະດູການນີ້

ຫົງແດງ ລີເວີພູລ ທີມຊັ້ນນຳໃນ ພຣີເມ່ຍລີກ ອັງກິດ ຖະແຫລງຢືນຢັນ 4 ນັກເຕະ ກຽມໂບກມືລາທີມຫລັງຈົບລະດູການນີ້ ປະກອບມີ: ເຈມສ໌ມິວເນີ້, ໂຣແບໂຕ້ ຟຣີມີໂນ້, ນາບີ້ ເກອີຕ້າ ແລະ ອາເລັກ ອັອກເລດ ແຊມເບີເລນ ໂດຍສັນຍາທັງ 4 ຄົນ ຈະໝົດລົງຫລັງສິ້ນສຸດລະດູການນີ້ ໂດຍບໍ່ມີການເຈລະຈາຂະຫຍາຍສັນຍາໃດໆ, ເຊິ່ງສະໂມສອນ ຈະຈັດພິທີອຳລາທີມໃນເກມລີກນັດທີ່ຈະເປີດບ້ານພົບກັບ ແອັສຕັນ ວິນລ້າ ວັນເສົາທີ 20 ພຶດສະພານີ້, ໂດຍທັງ 4 ນັກກິລາ ເປັນສ່ວນໜຶ່ງໃນການຊ່ວຍທີມຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ປີ 2019 ແລະ ແຊ້ມ ພຣີເມ່ຍລີກ ລະດູການ 2019-20.

ສຳລັບ ເຈມສ໌ມິວເນີ້ ແລະ ໂຣແບໂຕ້ ຟຣີມີໂນ້ ມາຮ່ວທັບຫົງແດງໃນປີ 2015 ໃນຍຸກການຄຸມທີມຂອງ ແບນເດັ້ນ ຣັອດເຈີ, ມິວເນີ້ ຮັບໃຊ້ ລີເວີພູລ 330 ນັດ ຍິງ 26 ປະຕູ, ຂະນະທີ່ ໂຣແບໂຕ້ ຟຣີມີໂນ້ ຮັບໃຊ້ ລີເວີພູລ 360 ນັດ ຍິງ 109 ປະຕູ, ສ່ວນ ນາບີ້ ເກອີຕ້າ ມາຢູ່ກັບ ຫົງແດງ ໃນປີ 2018 ຮັບໃຊ້ທີມ 129 ນັດ ຍິງ 11 ປະຕູ ແລະ ອາເລັກ ອັອກເລດ ແຊມເບີເລນ ມາຢູ່ກັບ ລີເວີພູລ ໃນປີ 2017 ຮັບໃຊ້ທີມ 146 ນັດ ຍິງ 18 ປະຕູ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *