ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໄດ້ປິດສາກລົງຢ່າງເປັນທາງການ ໃນຕອນຄໍ່າວັນທີ 17 ພຶດສະພາ 2023 ທີ່ສະໜາມມໍຣະດອກ ເຕໂຊ ໃນນະຄອນຫລວງພະນົມເປັນ ໃຫ້ກຽດເຂົ້າຮ່ວມກ່າວປິດງານໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ມີຄະນະຮັບຜິດຊອບທີ່ກ່ຽວຂ້ອງ ພ້ອມຄະນະນຳ, ຄູຝຶກ, ນັກກິລາ, ນັກສະແດງ, ອາສາສະໝັກ ແລະ ມວນຊົນເຂົ້າຮ່ວມຢ່າງຟົດຟຶ້ນ.
ໃນພິທີປິດ ເຈົ້າພາບໄດ້ຈັດການສະແດງທີ່ສື່ໃຫ້ຮູ້ເຖິງຜົນສຳເລັດການເປັນເຈົ້າພາບຄັ້ງທຳອິດ ລວມທັງສິລະປະ, ວັດທະນະທຳຂອງປະເທດ, ຂະນະທີ່ ປະເທດໄທ ເຈົ້າພາບຄັ້ງຕໍ່ໄປ ໄດ້ຈັດການສະແດງສະຫວັດດີຊີເກມ ເພື່ອຕ້ອນສູ່ການແຂ່ງຂັນ ຄັ້ງທີ 33 ໂດຍຈະຈັດຂຶ້ນຢູ່ນະຄອນຫລວງບາງກອກ, ແຂວງຊົນບູຣີ ແລະ ແຂວງສົງຂາ ເຊິ່ງເປັນຄັ້ງທີ 7 ຕໍ່ຈາກ ປີ 2007 ຈະຈັດຂຶ້ນໃນທ້າຍ ປີ 2025 ລະຫວ່າງວັນທີ 9-21 ທັນວາ.
ສຳລັບລາງວັນນັກກິລາດີເດັ່ນໃນຊີເກມ ຄັ້ງທີ 32 ແມ່ນ ກວາຕິງເວິນ (Quah Ting Wen) ນັກກິລາລອຍນໍ້າຍິງ ຈາກສິງກະໂປ ແລະ ພໍ ຈະຮໍ ລັກສະໝີ (Pal Chhor Raksmy) ນັກກິລາໂວວີນາມຍິງ (ຫວໍຫວຽດນາມ) ເຈົ້າພາບ ໄດ້ລາງວັນຮ່ວມກັນ.
ກວາຕິງເວິນ ໄດ້ 6 ຫລຽນຄຳ 2 ຫລຽນເງິນ ແລະ ພໍ ຈະຮໍ ລັກສະໝີ ໄດ້ 4 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ.
Photo: Photo: Cambodia 2023