ແມນຊິຕີ້ ຖະຫລົ່ມ ແຊ້ມເກົ່າ ຣຽວ ມາດຣິດ 4-0 ເຂົ້າຮອບຊິງ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີ 2 ຄູ່ທີ 2 ຄືນວັນທີ 17 ພຶດສະພາຜ່ານມາ, ແມນເຊັສເຕີ ຊິຕີ້ ເປີດບ້ານພົບກັບ ແຊ້ມເກົ່າ ຣຽວ ມາດຣິດ ທັງເປັນແຊ້ມສູງສຸດ 14 ສະໄໝ, ນັດທີໜຶ່ງ ສະເໝີກັນ 1-1 ທີ່ບ້ານຂອງມາດຣິດ.

ເຈົ້າບ້ານຄອງເກມ ແລະ ສ້າງໂອກາດຍິງປະຕູໄດ້ຫລາຍກວ່າທີມຢາມ ແລະ ມາປະສົບຜົນສຳເລັດນາທີ 23′ ຈາກການຍີງຂອງ ແບນາໂດ້ ຊິນວາ, ຈາກນັ້ນນາທີ 37′ ເຈົ້າບ້ານມາໄດ້ປະຕູທີສອງຈາກຜູ້ເກົ່າ ແບນາໂດ້ ຊິນວາ ກາຍເປັນປະຕູທີ 12 ໃນລະດູການນີ້ກັບ ແມນຊິຕີ້.

ເຄິ່ງຫລັງ ເຖິງວ່າ ແຊ້ມເກົ່າ ພະຍາຍາມທວງປະຕູຄືນ ແຕ່ເຈາະເກມຮັບຂອງ ຊິຕີ້ ບໍ່ໄດ້ ແລະ ຖືກຍິງອີກສອງປະຕູຈາກ ມານູເອວ ອາກ່ານຈີ້ ນາທີ 76′ ແລະ ປິດທ້າຍຈາກຕົວສຳຮອງ ຢູລຽນ ອາວວາເຣັຊ ນາທີ 90’+1 ຈົບເກມ ແມນຊິຕີ້ ຊະນະ 4-0 ລວມຜົນສອງນັດຊະນະ 5-1. ແມນຊິຕີ້ ເຂົ້າຮອບຊິງເປັນຄັ້ງທີສອງ ຕໍ່ຈາກລະດູການ 2020–21 ໄປພົບກັບ ອິນເຕີ ມິລານ ທີ່ຊະນະ ເອຊີ ມິລານ ລວມຜົນສອງນັດ 3-0.

+ ແມນຊິຕີ້ ບໍ່ເສຍຕໍ່ເນື່ອງ 23 ນັດຕິດຕໍ່ກັນລວມທຸກລາຍການ ໃນນີ້ ຊະນະເຖິງ 19 ນັດ.

+ ຄາຣິມ ເບັນເຊມ້າ ສູນໜ້າທີມຊາດຝຣັ່ງຂອງແຊ້ມເກົ່າ ລົງຫລິ້ນໃນ ແຊ້ມປ້ຽນລີກ ເປັນນັດທີ 152 ແຊງສະຖິຕິຂອງ ຊາບີ ເອນັນເດັຊ ອະດີດກອງກາງທີມຊາດແອັສປາຍ ແລະ ສະໂມສອນ ບາຣເຊໂລນ້າ ແຕ່ຍັງເປັນຮອງ ຄຣິສເຕຍໂນ້ ໂຣນາວໂດ້, ອີເກ້ ຄາຊີຢັສ ແລະ ລີໂອເນວ ເມັສຊີ້.

ຮອບຊິງຊະນະເລີດ ແມນຊິຕີ້ ພົບ ອິນເຕີ ມິລານ ຈະແຂ່ງຂັນໃນຄືນວັນທີ 10 ມິຖຸນາ 2023 ທີ່ສະໜາມໂອລິມປິກ ອັນຕາເຕີກ ໃນນະຄອນອິສຕັນບູລ ປະເທດຕູຣາເຄຍ.

ສຳລັບຄໍ່າຄືນນີ້ ຈະມີແຂ່ງຂັນ ຢູໂຣປ້າລີກ ແລະ ຄອນເຟີເຣນລີກ ຮອບ 4 ທີມສຸດທ້າຍ ນັດທີສອງ: ເຊບີຢ້າ ພົບ ຢູເວັນຕຸສ ແລະ ໄບເອີ ເລເວີຄູເຊັນ ພົບ ໂຣມ້າ ແຂ່ງພ້ອມກັນ ເວລາ 2:00. ສ່ວນ ຄອນເຟີເຣນລີກ: ບາເຊິນ ພົບ ຟິອໍເຣນຕິນ້າ ແລະ ເອແຊັດ ອັກມ້າ ພົບ ເວັສແຮມ ແຂ່ງພ້ອມກັນ ເວລາ 2:00.

Leave a Reply

Your email address will not be published. Required fields are marked *