ສະຫະພັນບານເຕະອາຊີ ຫລື ເອເອັຟຊີ ໄດ້ປະກາດ 11 ປະເທດ ໄດ້ເປັນເຈົ້າພາບ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ປະກອບມີ: ປະເທດບາເຣນ, ສປ ຈີນ, ອິນໂດເນເຊຍ, ຈໍແດນ (ຊັອກດານີ້), ສາທາລະນະລັດເກົາຫລີ, ຄູເວດ, ຊາອຸດິ ອາຣາເບຍ, ທາຈີກິດສະຖານ, ໄທ, ອຸດສະເບກິດສະຖານ ແລະ ຫວຽດນາມ.
ຮອບຄັດເລືອກມີ 46 ທີມເຂົ້າຮ່ວມ ແບ່ງເປັນ 11 ກຸ່ມ ແຂ່ງແບບພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ບວກກັບອັນດັບ 2 ດີສຸດ 4-5 ທີມຈາກ 11 ກຸ່ມ ເຂົ້າຮອບສຸດທ້າຍທີ່ກາຕ້າ.
ສຳລັບການຈັບສະຫລາກແບ່ງກຸ່ມຮອບຄັດເລືອກ ຈະມີຂຶ້ນໃນວັນທີ 25 ພຶດສະພາ 2023 ທີມຊາດລາວ ຖືກຈັດຢູ່ໂຖທີ 3 ຈາກທັງໝົດ 4 ໂຖ, ທີມຂາດລາວ U23 ບໍ່ເຄີຍຜ່ານຮອບຄັດເລືອກ ຈາກ 5 ຄັ້ງທີ່ຄັດເລືອກຜ່ານມາ.