ຫວຽດນາມ ເປັນເຈົ້າຄອງຫລຽນຄຳ ຊີເກມ ຄັ້ງທີ 32 ສ່ວນ ສປປ ລາວ ຈົບອັນດັບທີ 9

ສະຫລຸບອັນດັບຕາຕະລາງຫລຽນລາງວັນ ຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ເປັນເຈົ້າພາບ ຫລັງຈົບການແຂ່ງຂັນວັນທີ 16 ພຶດສະພາ 2023, ສຳລັບ ວັນທີ 17 ພຶດສະພາ ຈະມີພຽງພິທີປິດຢ່າງເປັນທາງການ, ປະກົດວ່າ: ຫວຽດນາມ ໄດ້ເປັນເຈົ້າຄອງຫລຽນຄຳ ຊີເກມ ຄັ້ງນີ້ ໄດ້ 136 ຫຼຽນຄຳ, 105 ຫຼຽນເງິນ, 114 ຫຼຽນທອງ ລວມ 355 ຫຼຽນ, ຫວຽດນາມ ສ້າງປະຫວັດສາດໜ້າໃໝ່ໃຫ້ຕົນເອງ ເປັນເຈົ້າຄອງຫລຽນຄຳ 2 ຄົ້ງຕິດຕໍ່ກັນ ຕໍ່ຈາກຄັ້ງທີ 31 ທີ່ຕົນເອງເປັນເຈົ້າພາບ.

ອັນດັບທີ 2 ແມ່ນ ໄທ ໄດ້ 108 ຫຼຽນຄຳ, 96 ຫຼຽນເງິນ, 108 ຫຼຽນທອງ ລວມ 312 ຫຼຽນ, ທີ 3 ອິນໂດເນເຊຍ ໄດ້ 86 ຫຼຽນຄຳ, 81 ຫຼຽນເງິນ, 109 ຫຼຽນທອງ ລວມ 276 ຫຼຽນ, ທີ 4. ກຳປູເຈຍ ເຈົ້າພາບ ໄດ້ 81 ຫຼຽນຄຳ, 74 ຫຼຽນເງິນ, 126 ຫຼຽນທອງ ລວມ 281 ຫຼຽນ, ເປັນຜົນງານດີສຸດຂອງກຳປູເຈຍ ໃນການເຂົ້າຮ່ວມຊີເກມ.

ທີ 5 ຟີລິບປິນ 58 ຫຼຽນຄຳ, 86 ຫຼຽນເງິນ, 116 ຫຼຽນທອງ, ທີ 6 ສິງກະໂປ 51 ຫຼຽນຄຳ, 42 ຫຼຽນເງິນ, 64 ຫຼຽນທອງ, ທີ 7 ມາເລເຊຍ 34 ຫຼຽນຄຳ, 45 ຫຼຽນເງິນ, 97 ຫຼຽນທອງ, ທີ 8 ມຽນມາ 21 ຫຼຽນຄຳ, 25 ຫຼຽນເງິນ, 68 ຫຼຽນທອງ.

ຂະນະທີ່ ທັບນັກກິລາລາວ ຈົບອັນດັບທີ 9 ຍາດມາໄດ້ 6 ຫຼຽນຄຳ, 22 ຫຼຽນເງິນ, 60 ຫຼຽນທອງ ລວມ 88 ຫຼຽນ, ຜົນງານເກີນຄາດໝາຍ, ທີ 10 ບຣູໄນ 2 ຫຼຽນຄຳ, 1 ຫຼຽນເງິນ, 6 ຫຼຽນທອງ ແລະ ທີ 11 ຕີມໍເລັສເຕ້ ໄດ້ 8 ຫຼຽນທອງ, ສຳລັບການແຂ່ງຂັງຄັ້ງຕໍ່ໄປ ປະເທດໄທ ຈະເປັນເຈົ້າພາບ ໃນປີ 2025.

Leave a Reply

Your email address will not be published. Required fields are marked *