ອິນໂດເນເຊຍ ຊະນະ ໄທ 5-2 ຄວ້າຫລຽນຄຳ ເຕະບານຊາຍ ຊີເກມ ໃນຮອບ 32 ປີ

ການແຂ່ງຂັນເຕະບານຊາຍ ຮອບຊິງຊະນະເລີດ ໃນຊີເກມ ຄັ້ງທີ 32 ທີ່ປະເທກຳປູເຈຍ ລະຫວ່າງ ໄທ ຮອງແຊ້ມຄັ້ງຜ່ານມາ ແລະ ເປັນແຊ້ມສູງສຸດ 7 ສະໄໝ ພົບກັບ ອິນໂດເນເຊຍ ອະດີດແຊ້ມ 2 ສະໄໝ, ຄູ່ນີ້ ສົມລາຄາຍອດຄູ່ຊິງຫລຽນຄຳ ໃນຊີເກມຄັ້ງນີ້ ມີ 7 ບັດແດງເກີດຂຶ້ນ, ທັງຄະນະຄູຝຶກ ແລະ ນັກກິລາ ເປັນໜຶ່ງໃນສະຖິຕິທີ່ໂຫດທີ່ສຸດໃນຊີເກມ.

ໃນເວລາປົກກະຕິ 90 ນາທີ ສະເໝີກັນ 2-2 ໄທ ໄລ່ຕີສະເໝີທ້າຍເກມ ແລະ ມາສູ້ກັນຕໍ່ໄລຍະຕໍ່ເວລາພິເສດ ແລະ ເປັນ ອິນໂດເນເຊຍ 10 ຄົນ ເອົາຊະນະ ໄທ 7 ຄົນ 5-2 ອິນໂດເນເຊຍ ຄວ້າຫຼຽນຄໍາ ໃນຮອບ 32 ປີ ຕໍ່ຈາກປີ 1991. ຫລຽນທອງ ເປັນຂອງ ຫວຽດນາມ ແຊ້ມເກົ່າ ຊະນະ ມຽນມາ 3-1.

Leave a Reply

Your email address will not be published. Required fields are marked *