ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີ 2 ຄືນວັນທີ 16 ພຶດສະພາຜ່ານມາ, ເສິກສາຍເລືອດອີຕາລີ ມິລານດາບີ້ ທັບງູໃຫຍ່ ອິນເຕີ ມິລານ ແຊ້ມ 3 ສະໄໝ ພົບກັບ ປີສາດແດງດຳ ເອຊີ ມິລານ ແຊ້ມ 7 ສະໄໝ, ນັດທີໜຶ່ງ ອິນເຕີ ຊະນະມາກ່ອນ 2-0.
ນັດນີ້ ອິນເຕີ ຍັງເປັນຝ່າຍເຮັດໄດ້ດີກວ່າ ມິລານ ໂດຍສະເພາະການສ້າງສັນໂອກາດໃນການຍິງປະຕູ ແລະ ມາໄດ້ປະຕູໂທນຈາກ ເລົາຕາໂຣ້ ມາຣຕີເນັຊ ນາທີ 74′ ເປັນປະຕູທີ 8 ຂອງສູນໜ້າແຊ້ມໂລກທີມຊາດອາກຊັງຕິນ ໃນການຍິງທັບປີສາດແດງດຳ ຫລາຍກວ່າທຸກທີມທີ່ພົບ, ຈົບເກມ ອິນເຕີ ຊະນະ ມິລານ 1-0 ລວມຜົນສອງນັດ ອິນເຕີ ຊະນະ 3-0. ລະດູການນີ້ ລູກທີມຂອງ ຊີໂມເນ້ ອິນຊາກີ້ ບໍ່ເສຍປະຕູໃນລາຍການນີ້ເຖິງ 8 ນັດ ຫລາຍກວ່າທຸກທີມ.
+ ອິນເຕີ ເຂົ້າຮອບຊິງຊະນະເລີດ ຢູຟ້າ ແຊ້ມປ້ຽນລີກ ເປັນຄັ້ງທີ 6 ແລະ ເປັນຄັ້ງທຳອິດໃນຮອບ 13 ປີ ຕໍ່ຈາກປີ 2010 ເຊິ່ງຄັ້ງນັ້ນ ອິນເຕີ ເປັນແຊ້ມ.
ຮອບຊິງຊະນະເລີດ ອິນເຕີ ລໍຖ້າພົບກັບຜູ້ຊະນະລະຫວ່າງ ແມນເຊັສເຕີ ຊິຕີ້ ຫລື ຣຽວ ມາດຣິດ ແຊ້ມເກົ່າ ທີ່ຈະແຂ່ງຂັນນັດທີສອງ ຄືນມື້ນີ້ 17 ພຶດສະພາ, ສ່ວນຮອບຊິງຊະນະເລີດ ຈະແຂ່ງຂັນໃນຄືນວັນທີ 10 ມິຖຸນາ 2023 ທີ່ສະໜາມໂອລິມປິກ ອັນຕາເຕີກ ໃນນະຄອນອິສຕັນບູລ ປະເທດຕູຣາເຄຍ.