ເຕະບານຊາຍ ທີມຊາດລາວ U-17 ເດີນທາງເກັບໂຕທີ່ກາຕ້າ ກ່ອນຮ່ວມຊິງແຊ້ມອາຊີ U-17 ທີ່ໄທ ກາງປີນີ້!

ຂຸນພົນນັກກິລາເຕະບານຊາຍ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 (U-17) ເດີນທາງເກັບໂຕຝຶກຊ້ອມທີ່ປະເທດກາຕ້າ ວັນທີ 15 ພຶດສະພາ 2023 ກ່ອນເຂົ້າຮ່ວມຊິງແຊ້ມອາຊີ U-17 ທີ່ປະເທດໄທ ໃນລະຫວ່າງວັນທີ 5 ມິຖຸນາ – 2 ກໍລະກົດ 2023.

ທີມຊາດລາວຊຸດນີ້ ນໍາໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ມີຄະນະຄູຝຶກ ແລະ ນັກກິລາທັງໝົດ 38 ຄົນ, ຄູຝຶກແມ່ນ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ, ນັກກິລາຊຸດນີ້ ແມ່ນຄັດເລືອກມາຈາກບັນດາສະໂມສອນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເລີ່ມເກັບຕົວຝຶກຊ້ອມມາແຕ່ວັນທີ 6 ມີນາ 2023 ເປັນຕົ້ນມາ.

ສຳລັບນັກກິລາ 26 ຄົນຊຸດນີ້

+ ຜູ້ຮັກສາປະຕູ:
– ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ
– ສຸກສະໝອນ ເວທີຕະ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
– ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
+ ກອງຫລັງ:
– ອາລີຍາກອນ ຟອງສະຫວັນ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
– ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຫັດສະດົງ ຮອງຍາມຄໍາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ
– ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
+ ກອງກາງ:
– ບິນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ສຸລີນ ທໍາມະສອນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
– ຄຳສິງ ນາລິນທອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
– ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ປະເທດໄທ )
– ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ກາດໍາ ກອນເຍີ ຈາກ ແຂວງເຊກອງ
+ ກອງຫນ້າ:
– ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ
– ນາຄົມ ສຸລິຍະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ
– ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
– ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
ການແຂ່ງຂັນເຕະບານຊາຍ U-17 ປີ ຊິງແຊ້ມອາຊີ ຄັ້ງນີ້ ມີ 16 ທີມ ທີ່ຜ່ານການຄັດເລືອກເຂົ້າຮ່ວມ ແບ່ງອອກເປັນ 4 ກຸ່ມ, ກຸ່ມລະ 4 ທີມ, ທີມຊາດລາວ ຈັບສະຫລາກຢູ່ໃນກຸ່ມ A ຮ່ວມກັບ ໄທ ( ເຈົ້າພາບ), ມາເລເຊຍ ແລະ ເຢເມັນ.

ຕາຕະລາງການແຂ່ງຂັນຂອງທີມຊາດລາວ ນັດທີໜຶ່ງ ວັນທີ 15 ມິຖຸນາ 2023 ພົບກັບ ໄທ ເຈົ້າພາບ ແຂ່ງຂັນຢູ່ສະຫນາມກິລາປະທຸມທານີ, ນັດທີສອງ ວັນທີ 18 ມິຖຸນາ 2023 ພົບກັບ ເຢເມັນ ແຂ່ງຢູ່ສະຫນາມກິລາທຳມະສາດ ແລະ ນັດທີສາມ ວັນທີ 21 ມິຖຸນາ 2023 ພົບກັບ ມາເລເຊຍ ແຂ່ງຢູ່ສະຫນາມກິລາທຳມະສາດ.

ສ່ວນ ກຸ່ມອື່ນ, ກຸ່ມ B ປະກອບມີ: ສາທາລະນະລັດເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ, ກຸ່ມ C : ທາຈີກິສຖານ ຮອງແຊ້ມ, ອົດສະຕຣາລີ, ຊາອຸດິ ອາຣາເບຍ ແລະ ຈີນ ກຸ່ມ D : ຍີ່ປຸ່ນ ແຊ້ມເກົ່າ, ອິນເດຍ, ຫວຽດນາມ ແລະ ອຸສເບກິສຖານ, ຮູບແບບການແຂ່ງຂັນ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1, ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ. ທີມທີ່ເຂົ້າຮອບ 4 ທີມສຸດທ້າຍຄັ້ງນີ້ ຈະໄດ້ເປັນຕົວແທນທະວີບອາຊີ ໄປແຂ່ງຂັນ U-17 ປີ ຊິງແຊ້ມໂລກ ໃນລະຫວ່າງວັນ 10 ພະຈິກ – 2 ທັນວາ 2023 ທີ່ປະເທດເປຣູ. ທີມຊາດລາວ U-17 ປີ ເຂົ້າມາແຂ່ງຂັນຮອບສຸດທ້າຍຄັ້ງນີ້ ຜ່ານການຄັດເລືອກເປັນອັນດັບສອງດີທີ່ສຸດທີມທີ 6 ຄັດເລືອກຢູ່ ກຸ່ມ I ທີ່ປະເທດກີກິສຖານ ຊະນະ 2 ເສຍ 1 ມີ 6 ຄະແນນ ເຂົ້າຮອບສຸດທ້າຍເປັນຄັ້ງທີ 3 ຕໍ່ຈາກປີ 2004 ທີ່ຍີ່ປຸ່ນ  ແລະ ປີ 2012 ທີ່ອີຣານ ເຊິ່ງສອງຄັ້ງຜ່ານມາ U-17 ປີຊາຍ ທີມຊາດລາວ ບໍ່ເຄີຍຜ່ານຮອບແບ່ງກຸ່ມ.

Photo: Lao FF

Leave a Reply

Your email address will not be published. Required fields are marked *