ທີມຊາດອູຣູໄກວ ແຕ່ງຕັ້ງ ມາເຊໂລ້ ເບຍຊ້າ ອາດີດຄູຝຶກທີມຊາດອາເຈນຕິນ້າ ແລະ ສະໂມສອນ ລີດ ຢູໄນເຕັດ ຄຸມທີມ

ທີມຊາດອູຣູໄກວ ປະກາດແຕ່ງຕັ້ງ ມາເຊໂລ້ ເບຍຊ້າ ຄູຝຶກຊາວອາເຈນຕິນ້າ ຫລື ອາກຊັງຕິນ, ອາດີດຄູຝຶກທີມຊາດອາກຊັງຕິນ ແລະ ສະໂມສອນ ລີດ ຢູໄນເຕັດ ຄຸມທີມ.

ກ່ອນໜ້ານີ້ ເບຍຊ້າ ວ່າງງານມາຕັ້ງແຕ່ຖືກ ລີດ ຢູໄນເຕັດ ປົດອອກຈາກຕຳແໜ່ງໃນເດືອນກຸມພາ ປີ 2022, ເບຍຊ້າ ມີປະສົບການຄຸມຫລາຍທີມທັງລະດັບທີມຊາດ ແລະ ສະໂມສອນເຊັ່ນ: ທີມຊາດອາກຊັງຕິນ ໃນປີ 1998–2004, ທີມຊາດຊິເລ້ ປີ 2007–2011 ແລະ ຄຸມ 9 ສະໂມສອນໃນອາກຊັງຕິນ, ແມັກຊິກ, ແອັສປາຍ, ຝຣັ່ງ ແລະ ອັງກິດ ເປັນຕົ້ນ: ເນວິວ ໂອນ ບອຍ, ຄລັບ ອາເມຣິກາ, ເອັສປັນຢໍ້, ບິວເບົາ, ມາກເຊີຍ, ລິ້ນ ແລະ ລີດ ຢູໄນເຕັດ.

ຜົນງານດີສຸດພາ ເນວິວ ໂອນ ບອຍ ທີມໃນບ້ານເກີດ ໄດ້ແຊ້ມລີກອາກຊັງຕິນ, ຮອງແຊ້ມສະໂມສອນອາເມຣິກາໃຕ້, ຄຸມທີມຊາດອາກຊັງຕິນ ໄດ້ຫລຽນຄຳ ໂອແລມປິກ 2004, ຮອງແຊ້ມໂຄປ້າ ອາເມຣິກາ, ຄຸມ ບິວເບົາ ໄດ້ຮອງແຊ້ມ ໂຄປ້າເດວເຣ ແລະ ຮອງແຊ້ມ ຢູໂຣປ້າລີກ.

Leave a Reply

Your email address will not be published. Required fields are marked *