ທັອດ ໂບລີ້ ມະຫາເສດຖີຊາວອາເມຣິກາ ເຈົ້າຂອງທີມໃໝ່ ສິງຟ້າ ເຊວຊີ ທີມຊັ້ນນຳໃນ ພຣີເມ່ຍລີກ ອັງກິດ ໝັ້ນໃຈໃນຄວາມສາມາດຂອງ ກຣາແຮມ ພັອດເຕີ ຄູຝຶກໃໝ່ຂອງທີມ ອະດີດຄູຝຶກ ໄບຣຕັ້ນ ແອນ ໂຮຟ ອາວບ້ຽນ ເພື່ອນຮ່ວມລີກ ເຖິງວ່າມີຫາງສຽງບໍ່ເຫັນດີຈຳນວນຫລາຍຈາກແຟນບານກໍຕາມ.
ໂບລີ້ ປະທັບໃຈຜົນງານການຄຸມທີມຂອງ ກຣາແຮມ ພັອດເຕີ ມາດົນສົມຄວນ, ເປັນຄູຝຶກສະໄໝໃໝ່ໄຟແຮງ, ປ່ຽນແປງວິຖີບານຂອງ ໄບຣຕັ້ນ ຈາກຕ້ານຮັບ-ໂຕ້ກັບ ມາກ້າຕໍ່ບານສູ້ກັບທີມໃຫຍ່ ເດີນເກມບຸກທີ່ຫລາກຫລາຍສວຍງາມ.
ພັອດເຕີ ເຂົ້າມາແທນທີ່ຂອງ ໂທມັສ ທູເຄິນ ຄູຝຶກຊາວເຢຍລະມັນ ທີ່ຖືກປົດອອກຈາກຕຳແໜ່ງ ຫລັງພາທີມບຸກເສຍໃຫ້ ດີນາໂມ ຊາເກັບ 0-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່ ນັດທີ 1 ໃນກາງອາທິດນີ້ ໂດຍເຊັນສັນຍາ 5 ປີ.
ກຣາແຮມ ພັອດເຕີ ຜູ້ຈັດການທີມຊາວອັງກິດ ໄວ 47 ປີ ດຶງເອົາຜູ້ຊ່ວຍ ທີ່ຄຸມ ໄບຣຕັ້ນ ຮ່ວມກັນມາເຖິງ 5 ຄົນ ເພື່ອມາຮ່ວມທັບ ເຊວຊີ ນຳກັນ ໂດຍ ເຊວຊີ ຈ່າຍ 21 ລ້ານປອນໃຫ້ ໄບຣຕັ້ນ ເພື່ອດຶງຜູ້ຊ່ວຍທັງ 5 ຄົນຂອງ ພັອດເຕີ.
ສຳລັບ ກຣາແຮມ ພັອດເຕີ ກ້າວເປັນຄູຝຶກໃນປີ 2011 ຄຸມມາ 3 ສະໂມສອນຄື: ອັອສເຕີຊຸນ ໃນລີກສະວີເດັນ (ຊູແອັດ) ຈາກນັ້ນມາຄຸມ ສະວອນຊີ ຊິຕີ້ ແລະ ໄບຣຕັ້ນ ພາ ໄບຣຕັ້ນ ຟອມດີ ໂດຍສະເພາະລະບົບການຫລິ້ນທີ່ສວຍງາມ ກ້າຕໍ່ບານສູ້ກັບທີມໃຫຍ່ຢ່າງໜ້າປະທັບໃຈ, ນັດທຳອິດຂອງ ພັອດເຕີ ຈະພາ ເຊວຊີ ໄປຢາມ ຟູແລ່ມ ເກມພຣີເມ່ຍລີກ.
Photo: Chelsea Football Club