ລີເວີພູລ ບຸກຊະນະ ເລັສເຕີ 3-0 ລຸ້ນໂຄຕ້າ ຢູຟ້າ ແຊ້ມປ້ຽນລີກ ໃນ 2 ນັດສຸດທ້າຍ!

ເຕະບານ ພຣີເມ່ຍລີກ ອັງກິດ ຄືນວັນຈັນຜ່ານມາ 1 ຄູ່: ລີເວີພູລ ຟອມດີຕໍ່ເນື່ອງ ບຸກຊະນະ ເລັສເຕີ ຊິຕີ້ ທີມໜີຕົກຊັ້ນ 3-0 ຫົງແດງ ໄດ້ປະຕູຈາກ ເຄີຕິສ ໂຈ່ນ ສອງປະຕູ ນາທີ 33′ ແລະ ນາທີ 36′ ແລະ ອີກໜຶ່ງປະຕູຈາກ ເທັນ ອາເລັກຊານເດີ ອາໂນ ນາທີ 71′, ໂມຮາເໝັດ ຊາລ້າ ແອັສຊິດ ທັງສາມປະຕູ.

ລີເວີພູລ ຄວ້າໄຊ 7 ນັດລວດ ແລະ ບຸກຊະນະ ເລັສເຕີ ຄັ້ງທຳອິດໃນຮອບ 4 ປີ ມີ 65 ຄະແນນ ຈາກ 36 ນັດ ຕາມຫລັງ ພື້ນທີ່ ແຊ້ມປ້ຽນລີກ 1 ຄະແນນ ແຕ່ແຂ່ງຫລາຍກວ່າ 1 ນັດ, ຍັງມີລຸ້ນໂຄຕ້າ ຢູຟ້າ ແຊ້ມປ້ຽນລີກ ໃນ 2 ນັດສຸດທ້າຍ, ໂດຍສອງນັດສຸດທ້າຍຂອງ ລີເວີພູລ ຈະເປີດບ້ານພົບກັບ ແອັສຕັນ ວິນລ້າ ທີ່ຍັງມີລຸ້ນໂຄຕ້າ ຢູໂຣປ້າລີກ ແລະ ຄອນເຟີເຣັນລີກ ແລະ ນັດສຸດທ້າຍໄປຢາມ ເຊົາແທ່ມຕັນ ທີມຕົກຊັ້ນ.

ຂະນະທີ່ ເລັສເຕີ ຊິຕີ້ ຍັງຢູ່ອັນດັບທີ 19 ພື້ນທີ່ຕົກຊັ້ນ ມີ 30 ຄະແນນ ຈາກ 36 ນັດ ຫ່າງຈາກພື້ນທີ່ປອດໄພ 2 ຄະແນນ, 2 ນັດສຸດທ້າຍຈະໄປຢາມ ນິວຄາສເຊິນ ແລະ ເປີດບ້ານພົບ ເວັສແຮມ.

Leave a Reply

Your email address will not be published. Required fields are marked *