ຄະນະນັກກິລາລາວ ຈຳນວນ 4 ປະເພດກິລາ ທີ່ເຂົ້າຮ່ວມ ຊີເກມ ຄັ້ງທີ 32 ເດີນທາງກັບເຖິງ ສປປ ລາວ ນຳໂດຍ ກິລາເປຕັງ ແລະ ກິລາຍົກນໍ້າໜັກ

ຄະນະນັກກິລາລາວ ຈຳນວນ 4 ປະເພດກິລາ ທີ່ເຂົ້າຮ່ວມ ຊີເກມ ຄັ້ງທີ 32 ຢູ່ປະເທດກຳປູເຈຍ ເດີນທາງກັບເຖິງ ສປປ ລາວ ແລ້ວ ໃນຕອນແລງວັນທີ 14 ພຶດສະພາ 2023 ທັບນັກກິລາລາວຊຸດນີ້ ມີຈຳນວນ 50 ຄົນ ຈາກ 4 ປະເພດກິລາຄື: ກິລາເປຕັງ, ຍົກນໍ້າໜັກ, ມວຍ ກຸນ ຂະແມ ແລະ ກິລາມວຍສາກົນ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍການນຳຈາກກະຊວງສຶກສາທິການ ແລະ ກິລາ, ຕະຫຼອດຮອດຍາດພີ່ນ້ອງເຂົ້າຮ່ວມຕ້ອນຮັບຢ່າງຟົດຟື້ນ.

ສຳລັບກິລາເປຕັງ ເປັນກິລາລາວທີ່ຜົນງານເດັ່ນສຸດໃນຊີເກມຄັ້ງນີ້ ຍາດມາໄດ້ 3 ຫລຽນຄຳ, 2 ຫລຽນເງິນ ແລະ 4 ຫລຽນທອງ, ກິລາມວຍ ກຸນ ຂະແມ ຍາດໄດ້ 5 ຫລຽນເງິນ ແລະ 7 ຫລຽນທອງ, ກິລາມວຍສາກົນ ໄດ້ມາ 3 ຫລຽນທອງ ແລະ ກິລາຍົກນໍ້າໜັກ ໄດ້ 1 ຫລຽນທອງ ໃນຮອບ 14 ປີ.

ປະຈຸບັນນີ້ ຍັງມີນັກກິລາລາວບາງປະເພດສືບຕໍ່ແຂ່ງຂັນ ເປັນຕົ້ນ ຢູໂດ້, ຄິກບ໊ອກຊິ້ງ, ກະຕໍ້, ເທຄວັນໂດ້, ປິ່ງປ່ອງ, ມວຍປໍ້າ ແລະ ອີສະປອດ. ຕອນນີ້ ທັບນັກກິລາລາວ ໄດ້ຜົນງານເກີນຄາດໝາຍແລ້ວ ອັບເດດໃນຕອນແລງວັນທີ 15 ພຶດສະພານີ້ ໄດ້ມາ 6 ຫລຽນຄຳ 19 ຫລຽນເງິນ 52 ຫລຽນທອງ.

Photo: Lao Sport Media

Leave a Reply

Your email address will not be published. Required fields are marked *