ຮອງນາຍົກລັດຖະມົນຕີ ເນັ້ນໜັກໃຫ້ຄະນະບໍລິຫານງານ ຄອລ ຊຸດໃໝ່ ສືບຕໍ່ສ້າງພັດທະນາກິລາລາວໃຫ້ມີຄຸນນະພາບທີ່ສູງຂຶ້ນ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການເມືອງ, ວັດທະນະທຳສັງຄົມ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດໃໝ່ ຈົ່ງສືບຕໍ່ສ້າງຜົນງານໃນວົງການກິລາລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບທີ່ສູງຂຶ້ນ ໃນໂອກາດທີ່ທ່ານໃຫ້ກຽດເຂົ້າຮ່ວມພິທີປະກາດຮັບຮອງຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ 8 ໃນຕົ້ນເດືອນກັນຍານີ້.

ທ່ານໄດ້ສະເໜີໃຫ້ ຄະນະບໍລິຫານງານຊຸດໃໝ່ ສືບຕໍ່ຊຸກຍູ້ບັນດາສະຫະພັນກິລາແຫ່ງຊາດ ຄົ້ນຄວ້າຊອກໃຫ້ເຫັນໄດ້ ວິທີການພັດທະນານັກກິລາແບບຍືນຍົງ ໂດຍສະເພາະປະເພດກິລາລະດັບໂອແລມປິກ, ເອຊຽນເກມ, ຊີເກມ ໃຫ້ມີສະຖິຕິດີກວ່າເກົ່າ; ປັບປຸງຍຸດທະຍາດ ແລະ ວິໄສທັດວຽກງານກິລາ-ກາຍະກຳ ຂອງລາວຄືນໃໝ່ ທັງກິລາເພື່ອການແຂ່ງຂັນ ແລະ ກິລາມວນຊົນ, ແນ່ໃສ່ໃຫ້ທົ່ວສັງຄົມຫັນມາອອກກຳລັງກາຍໃຫ້ຫລາຍຂຶ້ນ; ສືບຕໍ່ສົມທົບກັບກົມວິຊາການທີ່ກ່ຽວຂ້ອງ ໃນການປັບປຸງກົງຈັກການຈັດຕັ້ງຂອງບາງສະຫະພັນກິລາ ທີ່ເຫັນວ່າຍັງບໍ່ທັນເຂັ້ມແຂງ ເພື່ອຊອກກຳລັງແຮງທາງດ້ານທຶນຮອນ, ຄວາມສາມາດ ແລະ ສະຕິປັນຍາໃນການພັດທະນາກິລາລາວ ໃຫ້ໄດ້ຕາມແຜນຍຸດທະສາດ ການພັດທະນາກິລາລາວ ພ້ອມກັບສະເໜີໃຫ້ແຕ່ລະຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ສ້າງຕັ້ງສະໂມສອນກິລາຂອງຕົນຄືນ.

ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີໃຫ້ ຄະນະບໍລິຫານງານຊຸດໃໝ່ ເພີ່ມທະວີການຮ່ວມມືກັບອົງການຈັດຕັ້ງກິລາສາກົນ ເພື່ອສ້າງເງື່ອນໄຂ, ຍົກລະດັບຄວາມຮູ້ ຄວາມສາມາດ ປະສົບການຂອງບຸກຄະລາກອນກິລາ ເປັນຕົ້ນແມ່ນຜູ້ບໍລິຫານກິລາ, ຄູຝຶກ ແລະ ກຳມະການຕັດສິນ ລວມທັງຄົ້ນຄວ້າຫາແຫລ່ງທຶນຈາກອົງການຈັດຕັ້ງສາກົນ, ຈ້າງຄູຝຶກທີ່ດີເດັ່ນ ມີປະສົບການຈາກຕ່າງປະເທດມາຝຶກແອບ ໂດຍສະເພາະ ແມ່ນການກະກຽມເຂົ້າຮ່ວມ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ໃນເດືອນພຶດສະພາ 2023 ໃຫ້ໄດ້ຮັບຜົນສຳເລັດກວ່າເກົ່າ, ນອກຈາກນີ້ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານຊຸດເກົ່າ ທີ່ໄດ້ສ້າງຜົນງານຢ່າງຫລວງຫລາຍ ປະກອບສ່ວນໃຫ້ແກ່ປະເທດຊາດ ໂດຍສະເພາະການພັດທະນາກິລາລາວ ກ້າວສູ່ສາກົນ ຕະຫລອດໄລຍະການປະຕິບັດໜ້າທີ່ ເຖິງວ່າຈະມີຫລາຍອຸປະສັກ ແລະ ຂໍ້ຫຍຸ້ງຍາກ ແຕ່ສາມາດນຳພາຜ່ານຜ່າ ເຮັດໃຫ້ວຽກງານກິລາ-ກາຍະກຳ ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ.

Photo: Lar Creators

Leave a Reply

Your email address will not be published. Required fields are marked *