ການຈັດອັນດັບໂລກ ນັກເທັນນິສ ຍິງ-ຊາຍ ຫລ້າສຸດໃນອາທິດນີ້ ພາຍຫລັງຈັບລາຍການໃຫຍ່ ມາສເຕີ 1000 Madrid Open 2023 ທີ່ປະເທດແອັສປາຍ, ປະກົດວ່າ: ປະເພດຊາຍດ່ຽວ ຄາຣລັອສ ອາວຄາຣັຊ ນັກເທັນນິສດາວເດັ່ນຊາວແອັສປາຍ ທີ່ຜົນງານເດັ່ນໄດ້ແຊ້ມສອງລາຍການຫລັງສຸດ ໂດຍສະເພາະ ສາມາດປ້ອງກັນແຊ້ມ Madrid Open ອັນດັບໂລກຍັງຄົງທີ່ມີ 6,770 ຄະແນນ. ສ່ວນ ມື 1 ຂອງໂລກຍັງຄົງເປັນ ໂນວັກ ໂຢໂຄວິກ ຈາກແຊັກບີ້ ມີ 6,775 ຄະແນນ, ມີຄະແນນຫລາຍກວ່າ ອາວຄາຣາຊ ພຽງ 5 ຄະແນນ.
ຂະນະທີ່ ຢານ ເລັນນ໊າດ ສະຕາຟ ຈາກເຢຍລະມັນ ທີ່ສ້າງປະຫວັດສາດເປັນ Lucky loser ຄົນທຳອິດສາມາດຜ່ານເຂົ້າຊິງລະດັບ ມາສເຕີ 1000 ແລະ ໄດ້ຮອງແຊ້ມລາຍການ Madrid Open ປີນີ້ ອັນດັບໂລກຫຍັບຂຶ້ນ 37 ອັນດັບ ມາຢູ່ທີ 28 ຂອງໂລກຄັ້ງທຳອິດ.
ສ່ວນອັນດັບ 3-8 ຂອງໂລກ ຍັງຄົງທີ່: ທີ 3 ດານິວ ແມັດເວເດັຟ ຈາກຣັດເຊຍ, ທີ 4 ແຄັສເປີ ຣຸດ ຈາກນອກແວ, ທີ 5 ສະເຕຟານັອສ ຊິດຊີປັສ ຈາກເກຣັກ, ທີ 6 ອັງເດຣ ຣູເບັຟ ຈາກຣັດເຊຍ, ທີ 7 ໂຮເກີ ຣຸເນີ ຈາກດານມາກ, ທີ 8 ຢານນິກ ຊິນເນີ ຈາກອີຕາລີ, ທີ 9 ເທເລີ ຟຣິດ ຈາກອາເມຣິກາ ແລະ ທີ 10 ເຟລິກ ອໍແກ ອາເລຍຊິມ ຈາກການາດ້າ.
ປະເພດຍິງດ່ຽວ ອີກ້າ ສະເວຍເຕັກ ດາວເດັ່ນຊາວໂປແລນ (ໂປໂລຍ) ໄວ 21 ປີ ໄດ້ຮອງແຊ້ມ Madrid Open ປີນີ້ ຍັງຮັກສາບັນລັງມືຂອງໂລກຢ່າງໜຽວແໜ້ນ ມີ 9,625ຄະແນນ, ສ່ວນແຊ້ມ Madrid Open ປີນີ້ ອາຣີນ້າ ຊາບາເຣັນກ້າ ຈາກເບລາຣຸສ ຍັງຢູ່ອັນດັບສອງຂອງໂລກ ມີ 7,881 ຄະແນນ, ທີ 3 ຂອງໂລກ ກໍຍັງຄົງທີ່ ເຈັສຊີກ້າ ເປກູລ້າ ຈາກອາເມຣິກາ ມີ 5,300 ຄະແນນ.
ທີ 4-6 ຂອງໂລກ ຫຍັບຂຶ້ນໜຶ່ງອັນດັບ: ທີ 4 ຄາໂຣລາຍ ກາເຊຍ ຈາກຝຣັ່ງ, ທີ 5 ໂກໂກ້ ກັອຟ ຈາກອາເມຣິກາ, ທີ 6 ເອເລນ້າ ຣີບາກີນ້າ ຈາກຄາຊັກສະຖານ, ອອນ ຈາເບີ ຈາກຕູນີຊີ້ ຕົກ 3 ອັນດັບ ມາຢູ່ທີ 7 ຂອງໂລກ, ທີ 8 ມາເຣຍ ຊັກກາຣີ້ ຈາກເກຣັກ, ທີ 9 ດາເຣຍ ຄາຊັດກີນ້າ ຈາກຣັດເຊຍ ແລະ ທີ 10 ເປຕ້າ ຄີໂຕວ້າ ຈາກສາທາລະນະລັດເຊັກ.
ເທັນນິສຍິງ-ຊາຍ ໃນອາທິດນີ້ ຈົນໄປຮອດທ້າຍອາທິດໜ້າ ມີແຂ່ງຂັນທີ່ນະຄອນຫລວງໂຣມ ປະເທດອີຕາລີ ລາຍການ Italian Open ເປັນລະມາສເຕີ 1000 ກ່ອນທ້າຍເດືອນນີ້ ຈະເຂົ້າສູ່ແກຣນສະແລມທີສອງຂອງປີ ເຟັນ ໂອເພັນ ທີ່ໂຣລ໋ອງກາລັອສ ປະເທດຝຣັ່ງ.