ແມນຢູ ເສຍຄາບ້ານໃຫ້ ຣຽວ ໂຊເຊຍແດັດ 0-1 ຢູໂຣປ້າລີກ ນັດທຳອິດ 2022-23

ການແຂ່ງຂັນເຕະບານ ຢູໂຣປ້າລີກ ລະດູການໃໝ່ 2022-23 ຮອບແບ່ງກຸ່ມ ນັດທຳອິດ ຄືນວັນທີ 8 ກັນຍາຜ່ານມາ, ຄູ່ທີ່ໜ້າສົນໃຈ: ກຸ່ມ E ແມນເຊັສເຕີ ຢູໄນເຕັດ ແຊ້ມ 1 ສະໄໝ ເສຍຄາບ້ານໃຫ້ ຣຽວ ໂຊເຊຍແດັດ ຈາກແອັສປາຍ 0-1 ທີມຢາມໄດ້ປະຕູໄຊ ຈາກການສັງຫານຈຸດໂທດຂອງ ບຣາອິສ ເມັນເດັຊ ນາທີ 59‘, ອີກໜຶ່ງຄູ່ໃນກຸ່ມດຽວກັນ ເຊຣິຟ ຈາກມອນໂດວ້າ ໂອໂມເນຍ ນິໂຄເຊຍ ຈາກໄຊປຣັສ 0-3.

ກຸ່ມ A ອາຣເຊນໍລ ບຸກຊະນະ ຊູຣິກ ຈາກສະວິດເຊີແລນ 2-1, ພີເອັສວີ ໄອໂຮເຟັນ ຈາກໂຮນລັງ ສະເໝີກັບ ໂບໂດ້ ກິມ ຈາກນອກແວ 1-1, ຄູ່ອື່ນ: ລາຊີໂອ້ ຊະນະ ເຟເຢນູດ 4-2, ລູໂດໂກເຣັດ ຊະນະ ໂຣມ້າ 2-1.

ສ່ວນ ຢູໂຣປ້າ ຄອນເຟີເຣັນລີກ ຮອບແບ່ງກຸ່ມ ນັດທີ 1 ຄູ່ທີ່ໜ້າສົນໃຈ: ເວັສແຮມ ຊະນະ ສະເຕອົວ ບູຄູເຣັສ ຈາກຣູມານີ້ 3-1 ແລະ ບີຢາຣຽວ ຈາກແອັສປາຍ ຊະນະ ເລັກ ພັອສນານ ຈາກໂປໂລຍ 4-3. ຮອບແບ່ງກຸ່ມ ນັດທີ 2 ຂອງ ຢູໂຣປ້າລີກ ແລະ ຄອນເຟີເຣັນລີກ ຈະກັບມາແຂ່ງຂັນໃນວັນທີ 15 ກັນຍານີ້.

Photo: UEFA Europa League

Leave a Reply

Your email address will not be published. Required fields are marked *