ເປີດສາກຂຶ້ນແລ້ວ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ ແລະມີທັງໝົດ 11 ຊາດເຂົ້າຮ່ວມ, ມີການແຂ່ງຂັນ ຊິງໄຊກັນ ທັງໝົດ 584 ຫຼຽນ ຈາກທັງໝົດ 36 ປະເພດກິລາ ມີນັກກິລາທັງໝົດ ເຂົ້າຮ່ວມ 6 ພັນກ່ວາຄົນ. ສໍາລັບ ສປປ ລາວ ມີນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ 576 ຄົນ ໂດຍສົ່ງເຂົ້າຊິງໄຊ ໃນຈໍານວນ 32 ປະເພດກິລາ.
ເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ, ບໍລິສັດ ເບຍລາວຈໍາກັດ ເວລາໃດ ກໍ່ໄດ້ສະແດງເຈດຈໍານົງ ໃນການໃຫ້ການສະໜັບສະໜູນ ທີມນັກກິລາ ແລະ ຄູຝຶກ ທຸກປະເພດກິລາ ທີ່ ສປປ ລາວ ສົ່ງເຂົ້າຮ່ວມ ໂດຍປະກາດວ່າ ນັກກິລາ ທີ່ສາມາດ ຍາດໄດ້ຫຼຽນໃດ ຫຼຽນໜຶ່ງ ກັບຄືນສູ່ປະເທດ ໂດຍ ໃນກິລາປະເພດດຽວ ຖ້າສາມາດຍາດຫຼຽນຄໍາມາໄດ້ ຈະໄດ້ຮັບເງິນສະໜັບສະໜູນ 20.000.000 ກີບ, ຫຼຽນເງິນ 10.000.000 ກີບ ແລະ ຫຼຽນທອງ 5.000.000 ກີບ. ສ່ວນກິລາປະເພດທີມ ທີ່ມີຜູ້ຫຼິ້ນລະຫວ່າງ 2-9 ຄົນ, ທີມທີ່ສາມາດຄວ້າ ຫຼຽນຄໍາ ມາໄດ້ຈະໄດ້ຮັບເງິນສະໜັບສະໜູນ 25.000.000 ກີບ, ຫຼຽນເງິນ 15 ລ້ານກີບ ແລະ ຫຼຽນທອງ 10 ລ້ານກີບ. ສໍາຫຼັບທີມ ທີ່ມີນັກກິລາ 10 ຄົນ ຂຶ້ນໄປ ທີມທີ່ສາມາດຄວ້າ ຫຼຽນຄໍາ ມາໄດ້ຈະໄດ້ຮັບເງິນສະໜັບສະໜູນ 50.000.000 ກີບ, ຫຼຽນເງິນ 35.000.000 ກີບ ແລະ ຫຼຽນທອງ 20.000.000 ກີບ, ລວມເປັນມູນຄ່າທັງໝົດ 300 ລ້ານກີບ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌