ທ່ານ Koichi Togashi ຄູຝຶກທີມຊາດຍີ່ປຸ່ນ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຕັ້ງເປົ້າຄວ້າອັນດັບທີ 1 ຂອງກຸ່ມ ເພື່ອເຂົ້າສູ່ຮອບສຸດທ້າຍ ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍານີ້.
ທ່ານ Koichi Togashi ໃຫ້ຮູ້ຕື່ມວ່າ: ພາຍຫລັງສະພາບການລະບາດຂອງພະຍາດໂຄວິດ-19 ດີຂຶ້ນ ນັກກິລາຊຸດນີ້ ໄດ້ກັບມາເກັບຕົວຝຶກຊ້ອມຢ່າງຕໍ່ເນື່ອງ ເພື່ອຫວັງສ້າງຜົນງານໃຫ້ອອກມາດີ ມີໄຊຊະນະ ໂດຍຈະເນັ້ນໄປແຕ່ລະນັດ, ສ່ວນນັກກິລາແມ່ນຄັດຕົວມາຈາກບັນດາສະໂມສອນຕ່າງໆໃນຍີ່ປຸ່ນ ແລະ ມີການອຸ່ນເຄື່ອງຫລາຍນັດສົມຄວນກ່ອນມາຮ່ວມຄັດເລືອກຄັ້ງນີ້ ໂດຍສະເພາະ ຊະນະ ຫວຽດນາມ ທີມແຖວໜ້າຂອງອາຊຽນເຖິງ 5-0, ເປົ້າໝາຍຂອງທັບຊາມູໄຣ ຕົວເຕັງແຊ້ມຮອບຄັດເລືອກ ກຸ່ມ C ບໍ່ສະເພາະແຕ່ຫວັງຄວ້າສິດໄປຮອບສຸດທ້າຍທີ່ອຸສເບກິສຖານ ໃນເດືອນມີນາ ປີ 2023 ແຕ່ຍັງຫວັງຕິດ 1 ໃນ 4 ຂອງທະວີບໄປແຂ່ງຂັນ U20 ປີ ຊິງແຊ້ມໂລກ ທີ່ອິນໂດເນເຊຍ ໃນເດືອນພຶດສະພາ-ເດືອນມິຖຸນາ ປີ 2023. ສຳລັບທັບຊາມູໄຣ U20 ປີ ເຄີຍເປັນແຊ້ມອາຊີມາແລ້ວ 1 ສະໄໝ ໃນປີ 2016 ແລະ ເຄີຍໄດ້ຮອງແຊ້ມເຖິງ 6 ສະໄໝ.
ຂະນະທີ່ ທ່ານ ໄມເຄິນ ໄວສ໌ ຄູຝຶກທີມຊາດລາວຊາວເຢຍລະມັນ ຍັງຢືນຢັນເປົ້າໝາຍຢ່າງໜັກແໜ້ນ ຈະພະຍາຍາມສູ້ຊົນພາທີມຊາດລາວ U20 ຊຸດນີ້ ມີຜົນງານທີ່ດີ ແລະ ປະທັບໃຈແຟນບານ ໂດຍຈະເນັ້ນໄປແຕ່ລະນັດເຊັ່ນກັນ ຫວັງຊະນະ ກວມ, ເຢເມັນ ແລະ ປາເລັສຕິນ ເພື່ອລຸ້ນເຂົ້າຮອບສຸດທ້າຍ ເຖິງວ່າເປັນເປົ້າໝາຍທີ່ຍາກ ແລະ ທ້າທາຍ ແຕ່ຈະພະຍາຍາມກະຕຸ້ນລູກທີມສູ້ສຸດຂີດ ເພື່ອຄວ້າໄຊຊະນະມາໃຫ້ໄດ້, ສ່ວນການພົບກັບ ຍີ່ປຸ່ນ ທີມເຕັງແຊ້ມກຸ່ມນີ້ ການຍາດແຍ່ງຄະແນນຈາກທັບຊາມູໄຣ ຖືວ່າເປັນເລື່ອງທີ່ຍາກຢ່າງຍິ່ງ ແຕ່ຈະພານັກກິລາສູ້ສຸດຄວາມສາມາດ ເພື່ອຊິງໂອກາດເຂົ້າຮອບສຸດທ້າຍຕໍ່ໄປ, ໄວສ໌ຄິດວ່າ: ຖ້າມີ 9 ຄະແນນຈາກ 4 ນັດ ຍັງມີລຸ້ນເປັນອັນດັບທີສອງດີສຸດ 5 ຫລື 6 ເພື່ອເຂົ້າຮອບສຸດທ້າຍທີ່ປະເທດອຸສເບກິສຖານ ໃນປີໜ້າ.
ສ່ວນຄູຝຶກຂອງອີກ 3 ທີມຄື: ທີມຊາດປາເລັສຕິນ, ເຢເມັນ ແລະ ກວມ ຕ່າງກໍເອີຍປາກລັກສະນະດຽວກັນ ໃນຮອບຄັດເລືອກກຸ່ມ C ລ້ວນແລ້ວແຕ່ມີທີມທີ່ແຂງແກ່ນ ເຊິ່ງຈະສູ້ເຕັມທີ່ ແລະ ລົງເລິກໄປແຕ່ລະນັດໃຫ້ມີຜົນງານທີ່ດີ ເພື່ອລຸ້ນເຂົ້າຮອບສຸດທ້າຍ, ສະເພາະສອງຊາດຈາກອາຣັບ ປາເລັສຕິນ, ເຢເມັນ ຫາກໍສຳເລັດການແຂ່ງຂັນເຕະບານ U20 ປີ ຊິງແຊ້ມອາຣັບ 2022 ໃນຕົ້ນເດືອນສິງຫາຜ່ານມາ ທີ່ຊາອຸດິອາຣາເບຍ, ທີມຊາດ ປາເລັສຕິນ ໄດ້ທີ 3 ຮ່ວມ, ສ່ວນ ເຢເມັນ ຕົກຮອບ 8 ທີມສຸດທ້າຍ, ປາເລັສຕິນ ແລະ ກວມ ຍັງບໍ່ເຄີຍຜ່ານການຄັດເລືອກໄປຫລິ້ນໃນຮອບສຸດທ້າຍລາຍການນີ້, ຂະນະທີ່ ເຢເມັນ ເຄີຍຜ່ານໄປຫລິ້ນໃນຮອບສຸດທ້າຍ 7 ຄັ້ງ ດີສຸດເຂົ້າຮອບ 8 ທີມສຸດທ້າຍໃນປີ 1975, ຄັ້ງຫລ້າສຸດທີ່ຜ່ານການຄັດເລືອກສູ່ຮອບສຸດທ້າຍແມ່ນ ປີ 2016 ທີ່ບາເຣນ.
ສຳລັບ ນັກກິລາບານເຕະຊາຍທີມຊາດລາວ U20 ຊຸດນີ້ ສ່ວນຫລາຍເປັນຊຸດ U19 ທີ່ສ້າງປະຫວັດສາດໄດ້ຮອງແຊ້ມອາຊຽນ 2022 ໃນເດືອນກໍລະກົດຜ່ານມາ, ເວລາເກັບຕົວຝຶກຊ້ອມອ່າວສັ້ນ ໃນວັນທີ 31 ສິງຫາຜ່ານມາ ແລະ ໃນວັນທີ 9 ກັນຍານີ້ ໄດ້ທຳການຄັດຕົວນັກກິລາຈາກ 29 ຄົນ ໃຫ້ເຫລືອ 23 ຄົນຕາມໂຄຕ້າ.
Photo: LFF, Lao Sport News