ໄມເຄິນ ໄວສ໌ ຄູຝຶກທີມຊາດລາວຊາວເຢຍລະມັນ ຕັ້ງເປົ້າພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊະນະ ກວມ, ເຢເມັນ ແລະ ປາເລັສຕິນ ເພື່ອລຸ້ນເຂົ້າຮອບສຸດທ້າຍ ການແຂ່ງຂັນເຕະບານຊາຍ U20 ຊິງແຊ້ມອາຊີ ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 10-18 ກັນຍານີ້.
ທ່ານ ໄມເຄິນ ໄວສ໌ ກ່າວວ່າ: ເຖິງວ່າເປັນເປົ້າໝາຍທີ່ຍາກ ແລະ ທ້າທາຍ ແຕ່ຈະພະຍາຍາມພາລູກທີມສູ້ສຸດຂີດ ເພື່ອຄວ້າໄຊຊະນະມາໃຫ້ໄດ້, ສ່ວນການພົບກັບ ຍີ່ປຸ່ນ ທີມເຕັງແຊ້ມກຸ່ມນີ້ ການຍາດແຍ່ງຄະແນນຈາກທັບຊາມູໄຣ ຖືວ່າເປັນເລື່ອງທີ່ຍາກຢ່າງຍິ່ງ ແຕ່ຈະພານັກກິລາສູ້ສຸດຄວາມສາມາດ ເພື່ອຊິງໂອກາດເຂົ້າຮອບສຸດທ້າຍຕໍ່ໄປ, ໄວສ໌ ກ່າວຕື່ມວ່າ: ຖ້າມີ 9 ຄະແນນຈາກ 4 ນັດ ຍັງມີລຸ້ນເປັນອັນດັບທີສອງດີສຸດ 5 ຫລື 6 ເພື່ອເຂົ້າຮອບສຸດທ້າຍທີ່ປະເທດອຸສເບກິສຖານ ໃນປີ 2023.
ນັກກິລາບານເຕະ U20 ທີມຊາດລາວຊຸດນີ້ ສ່ວນຫລາຍເປັນຊຸດ U19 ທີ່ສ້າງປະຫວັດສາດໄດ້ຮອງແຊ້ມອາຊຽນ 2022 ໃນເດືອນກໍລະກົດຜ່ານມາ, ເກັບຕົວຝຶກຊ້ອມໃນທ້າຍເດືອນສິງຫາ ແລະ ໃນວັນທີ 9 ກັນຍານີ້ ຈະທຳການຄັດຕົວນັກກິລາຈາກ 29 ຄົນ ໃຫ້ເຫລືອ 23 ຄົນຕາມໂຄຕ້າ.
ສຳລັບຕາຕະລາງການແຂ່ງຂັນຂອງ ທີມຊາດລາວ U20 ປີ ໃນການຄັດເລືອກໄປຊິງແຊ້ມອາຊີ ຄັ້ງນີ້ ນັດທີ 1 ພົບກັບ ກວມ ໃນວັນທີ 10 ກັນຍາ, ນັດທີ 2 ພົບ ຍີ່ປຸ່ນ ວັນທີ 12 ກັນຍາ, ນັດທີ 3 ພົບກັບ ເຢເມນ ວັນທີ 14 ກັນຍາ ແລະ ນັດທີ 4 ນັດສຸດທ້າຍ ທີມຊາດລາວ ພົບ ປາເລັສຕິນ ວັນທີ 18 ກັນຍາ ທຸກນັດຂອງທີມຊາດລາວ ແຂ່ງເວລາ 19:00 ໂມງ ເຊິ່ງທຸກນັດແຂ່ງຂັນທີ່ສະຫນາມກິລາແຫ່ງຊາດຫຼັກ 16, ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 HD. ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ, ໂດຍລາຍໄດ້ຈາກການຂາຍບັດເຂົ້າຊົມທັງໝົດ ໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆ ສະຫະພັນບານເຕະແຫ່ງຊາດລາວ ຈະນຳໄປປະກອບສ່ວນຊ່ວຍເຫລືອແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທ້າຍເດືອນສິງຫາຜ່ານມາ ເພື່ອຊ່ວຍສ້ອມແປງລະບົບນໍ້າລີນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.
ສຳລັບການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2023 ຮອບຄັດເລືອກ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ຄັດເອົາທີ 1 ຂອງແຕ່ລະກຸ່ມ ບວກກັບທີ 2 ຂອງກຸ່ມ ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ປະເທດອຸສເບກິສຖານ ໃນເດືອນມີນາ ປີ 2023.
ສຳລັບ ສປປ ລາວ ເປັນເຈົ້າພາບຮອບຄັດເລືອກ ກຸ່ມ C ປະກອບມີ: ທີມຊາດລາວ, ຍີ່ປຸ່ນ, ເຢເມນ, ປາເລັສຕິນ ແລະ ກວມ, ຈະແຂ່ງຂັນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫລັກ 16.
Photo: LFF