ການແຂ່ງຂັນເຕະບານ ຄຸບເດີຟຣອງ ຫລື ເຟັນຄັບ ຂອງຝຣັ່ງ ລະດູການ 2022-23 ຮອບຊິງຊະນະເລີດ ໃນທ້າຍອາທິດຜ່ານມາ, ເປັນການພົບກັນລະຫວ່າງ ສອງທີມຈາກລີກສູງສຸດ ນ໊ອງ ແຊ້ມເກົ່າ ພົບກັບ ຕູລຸສ ຜົນປະກົດວ່າ: ຕູລຸສ ເອົາຊະນະ ນ໊ອງ ແບບເໜືອຄວາມຄາດໝາຍ 5-1.
ຕູລຸສ ສ້າງປະຫວັດສາດໄດ້ແຊ້ມ ຄຸບເດີຟຣອງ ເປັນຄັ້ງທຳອິດ ພ້ອມຄວ້າສິດໄປຫລິ້ນ ຢູໂຣປ້າລີກ ຮອບແບ່ງກຸ່ມ ລະດູການໜ້າ. ທິສ ດາລິ້ງກ້າ ສູນໜ້າຊາວໂຮນລັງ ໄວ 22 ປີ ທີ່ຍິງໄດ້ສອງປະຕູໃນຮອບຊິງ ໄດ້ລາງວັນດາວຍິງສູງສຸດ 6 ປະຕູ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Toulouse FC