ລີເວີພູລ ຖືກ ນາໂປລີ ຖະຫລົ່ມ 4-1ນັດທຳອິດ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່ 2022-23 ຮອບແບ່ງກຸ່ມ ນັດທີ 1 ໃນຄືນວັນທີ 7 ກັນຍາຜ່ານມາ, ກຸ່ມ A ຫົງແດງ ລີເວີພູລ ຮອງແຊ້ມລະດູການຜ່ານມາ ບຸກເສຍໃຫ້ ນາໂປລີ ຈາກອີຕາລີ 1-4 ເຈົ້າບ້ານໄດ້ 4 ປະຕູຈາກ: ປີໂອເຕີ ຊີລິນສະກີ້ ສອງປະຕູ, ອັງເດຣ ແຟັງ ແຊມໂບ ແອນກຸຍຊ້າ ແລະ ໂຈວານີ້ ຊີເມໂອເນ່ ຜູ້ລະປະຕູ, ຂະນະທີ່ ອາແຈັກ ແຊ້ມລີກສູງສຸດຂອງເນເທີແລນ (ໂຮນລັງ) ເປີດບ້ານຊະນະ ແຣນເຈີ ຈາກສະກັອດແລນ 4-0.

ກຸ່ມ B ແອັດເລຕິໂກ້ ມາດຣິດ ຈາກແອັສປາຍ ຊະນະ ປໍຣໂຕ້ ແຊ້ມລີກສູງສຸດຂອງປັອກຕຸຍການ 2-1, ຄລັບບຣູດຈ໌ ແຊ້ມລີກສູງສຸດຂອງແບນຊິກ ຊະນະ ໄບເອີ ເລເວີຄູເຊັນ ຈາກເຢຍລະມັນ 1-0, ກຸ່ມ C ກຸ່ມ ອິນເຕີ ມິລານ ຈາກອີຕາລີ ເສຍໃຫ້ ບາເຢິນ ມິວນິກ ແຊ້ມລີກສູງສຸດຂອງເຢຍລະມັນ 0-2, ບາຣເຊໂລນ້າ ຊະນະ ວິກຕໍເຣຍ ພິວເຊັນ ແຊ້ມລີກສູງສຸດຂອງສາທາລະນະລັດເຊັກ 5-1 ໂຣເບີດ ເລວານດັອຟສະກີ້ ຍິງແຮັດທຣິກ.

ກຸ່ມ D ໄອແທັກ ແຟັງເຟີດ ຈາກເຢຍລະມັນ ເສຍໃຫ້ ສະປອດຕິ້ງ ລິສບ້ອນ ຈາກປັອກຕຸຍການ 0-3 ແລະ ສະເປີ ຈາກອັງກິດ ຊະນະ ມາກເຊີຍ ຈາກຝຣັ່ງ 2-0.

ຮອບແບ່ງກຸ່ມ ນັດທີ 2 ຈະກັບມາແຊ່ງຂັນໃນວັນທີ 13 ແລະ 14 ກັນຍານີ້. ສຳລັບຄືນນີ້ ເປັນການແຂ່ງຂັນ ຢູໂຣປ້າລີກ ແລະ ຢູໂຣປ້າ ຄອນເຟີເຣັນລີກ ຮອບແບ່ງກຸ່ມ ນັດທີ 1, ຢູໂຣປ້າລີກ ຄູ່ທີ່ໜ້າສົນໃຈ: ຊູຣິກ ຈາກສະວິດເຊີແລນ ພົບ ອາຣເຊນໍລ ເວລາ 23:45, ແມນຢູ ພົບ ຣຽວ ໂຊເຊຍແດັດ ຈາກແອັສປາຍ ເວລາ 2:00, ຂະນະທີ່ ຢູໂຣປ້າ ຄອນເຟີເຣັນລີກ ຄູ່ທີ່ໜ້າສົນໃຈ: ເວັສແຮມ ພົບ ສະເຕອົວ ບູຄູເຣັສ ຈາກຣູມານີ້ ເວລາ 2:00 ແລະ ບີຢາຣຽວ ຈາກແອັສປາຍ ພົບ ເລັກ ພັອສນານ ຈາກໂປໂລຍ ເວລາ 23:45.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *