ເຕະບານ ພຣີເມ່ຍລີກ ອັງກິດ ລະດູການ 2022-23 ຄືນວັນຈັນທີ 1 ພຶດສະພາຜ່ານມາ 1 ຄູ່, ເປັນສອງທີມໜີຕົກຊັ້ນ ເລັສເຕີ ຊິຕີ້ ເປີດບ້ານພົບກັບ ເອຟເວີຕັນ, ທີມຢາມນຳກ່ອນຈາກການສັງຫານຈຸດໂທດຂອງ ໂດມີນິກ ຄາວເວີດ ເລວິນ ນາທີ 15′, ແຕ່ເຈົ້າບ້ານທວງຄືນຈາກ ໂຊຢຸນຄູ ນາທີ 22′ ແລະ ແຊງນຳ 2-1 ຈາກ: ເຈມມີ້ ວາຣດີ້ ນາທີ 33′.
ມາເຄິ່ງຫລັງ ເອຟເວີຕັນ ໄດ້ປະຕູຕີສະເໝີຈາກ ອາເລັກ ອີໂວບີ້ ນາທີ 54′ ເວລາທີ່ເຫລືອບໍ່ມີປະຕູເພີ່ມ ຈົບເກມສະເໝີກັນ 2-2 ປະຈຸບັນ ເລັສເຕີ ມີ 30 ຄະແນນ ຈາກ 34 ນັດ ຢູ່ອັນດັບທີ 16 ຫ່າງຈາກພື້ນທີ່ຕົກຊັ້ນພຽງ 1 ຄະແນນ, ຂະນະທີ່ ເອຟເວີຕັນ ຢູ່ທີ 19 ພື້ນທີ່ຕົກຊັ້ນ ມີ 29 ຄະແນນ ຈາກ 34 ນັດ ຫ່າງຈາກພື້ນທີ່ປອດໄພ 1 ຄະແນນ, ທັງສອງທີມໜີຕົກຊັ້ນຕໍ່ໄປໃນ 4 ນັດສຸດທ້າຍ.
4 ນັດສຸດທ້າຍຂອງ ເລັສເຕີ ຈະໄປຢາມ ຟູແລ່ມ, ເປີດບ້ານພົບ ລີເວີພູລ, ໄປຢາມ ນິວຄາສເຊິນ ແລະ ເປີດບ້ານພົບ ເວັສແຮມ, ສ່ວນ ເອຟເວີຕັນ 4 ນັດສຸດທ້າຍ ຈະໄປຢາມ ໄບຣຕັ້ນ, ເປີດບ້ານພົບ ແມນຊິຕີ້, ໄປຢາມ ວູຟແຮມຕັນ ແລະ ເປີດບ້ານພົບ ບຣອນມັດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Leicester City