ການແຂ່ງຂັນກິລາເທັນນິດ ANOTHAI OPEN TENNlS TOURNAMENT 2023 ລະດັບ B ຈັດຂຶ້ນ ລະຫວ່າງວັນທີ 21-30 ເມສາ 2023 ທີ່ສະໂມສອນເທັນນິດ ອະໂນໄທ, ລາຍການນີ້ ຈັດຂຶ້ນ ກໍເພື່ອເສີມສ້າງຄວາມສາມັກຄີລະຫວ່າງນັກກິລາທີ່ມັກຮັກໃນກິລາເທັນນິດ ຂອງແຕ່ລະສະໂມສອນ ແລະ ຕ່າງປະເທດຢູ່ໃນລາວ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ, ມີການພັດທະນາຢ່າງບໍ່ຢຸດຢັ້ງ. ລາຍການດັ່ງກ່າວ ມີການຊີງໄຊຢູ່ 3 ລະດັບຄື: ລະດັບ A, B ແລະ C, ເພື່ອຄັດເລືອກເອົາ 1 ໃນ 8 ລະດັບ ຊີ ເຂົ້າຮ່ວມແຂ່ງຂັນໃນແຕ່ລະດັບ B, ມີນັກກິລາເຂົ້າຮ່ວມທັງໝົດ 58 ຄົນ ມີຊີງຂັນ 2 ລາຍການ.
ຜ່ານການແຂ່ງຂັນ ລະດັບ C ຜົນປະກົດວ່າ: ນັດຊີງຊະນະເລີດ ປະເພດດ່ຽວຊາຍ ທ່ານ ຂັນທະນູວຽງ ໄຊຍະບຸນທະວົງ ເອົາຊະນະ ທ່ານ ສັນຕິ ສຸກ ວາລິນ ໄປໄດ້ 2-0 ເຊັດ 64 ແລະ 6-7 (10-7) ຄະແນນ ໄດ້ຮັບລາງວັນເງິນສົດ ຈຳນວນ 2 ລ້ານກີບ ພ້ອມດ້ວຍລົດຈັກໄຟຟ້າ ຍີ່ຫ້ໍ capaLa ມູນຄ່າ 5.083.000 ກີບ 1 ຄັນ ພ້ອມໄດ້ສິດເຂົ້າໄປຮັບປະທານອາຫານຟຣີຢູ່ຮ້ານ Pimenton ມູນຄ່າ 1 ລ້ານກີບF ສ່ວນອັນດັບທີ 2 ແມ່ນໄດ້ຮັບລາງວັນເງິນສົດ 1 ລ້ານກີບ ພ້ອມທັງໄດ້ຮັບປະທານອາຫານຟຣີຢູ່ຮ້ານ Pimenton ມູນຄ່າ 1 ລ້ານກີບ.
ຂະນະທີ່ຜົນການແຂ່ງຂັນ ນັດຊີງຊະນະເລີດ ປະເພດຄູ່ຊາຍ ຜົນປະກົດວ່າ: ທ່ານ ຂັນທະນູວຽງ ໄຊຍະບຸນທະວົງ ຄູ່ກັບ ທ່ານ Nguyen anthony ໄລ່ເອົາຊະນະຄູ່ຂອງ ທ່ານ PHAM BA LUYEN + ທ່ານ Vanthong Samlane ໄປໄດ້ 2-0 ເຊັດ 6-4 ແລະ 63 ຄະແນນ ໄດ້ຮັບລາງວັນຊະນະເລີດ ພ້ອມເງິນສົດ 2 ລ້ານກີບ ແລະ ໄດ້ຮັບປະທານອາຫານຟຣີຢູ່ຮ້ານ Pimenton ມູນຄ່າ 2 ລ້ານກີບ ສ່ວນຮອງແຊ໋ມ ໄດ້ຮັບພຽງເງິນລາງວັນ 1 ລ້ານກີບ. ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ສີສົມເພັດ ໄຊຍະລາດ ຮອງປະທານສະຫະພັນເທັນນິດແຫ່ງຊາດລາວ, ທ່ານ ອາແຊນ ອະໂນໄທ ເຈົ້າຂອງສະໜາມເທັນນິດ ອະໂນໄທ ສະປອດຕິງ ຄລັບ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ຄູຝຶກ ລະ ນັກກິລາ ຕະຫຼອດຮອດກອງເຊຍຢ່າງພ້ອມພຽງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
ຂ່າວໂດຍ: ສົງການ ພັນແພງດີ
Photo: Anothai Sporting Club