ກຳປູເຈຍ ເຈົ້າພາບ ແລະ ອິນໂດເນເຊຍ ຄວ້າໄຊ ນັດທີ 1 ເຕະບານຊາຍ ໃນ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ

ການແຂ່ງຂັນເຕະບານຊາຍ ໃນ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ລະຫວ່າງ 29 ເມສາ – 16 ພຶດສະພາ 2023, ກຸ່ມ A ປະກອບມີ: ກຳປູເຈຍ ເຈົ້າພາບ, ອິນໂດເນເຊຍ, ມຽນມາ, ຟິລິບປິນ ແລະ ຕິມໍ-ເລສເຕ, ນັດທີ 1 ແຂ່ງຢູ່ສະໜາມ ໂອລິມປິກ: ອິນໂດເນເຊຍ ຊະນະ ຟິລິບປິນ 3-0 ແລະ ກຳປູເຈຍ ເຈົ້າພາບ ຊະນະ ຕິມໍ-ເລສເຕ 4-0, ກຳປູເຈຍ ແລະ ອິນໂດເນເຊຍ ມີ 3 ຄະແນນເທົ່າກັນ, ມຽນມາ, ຟິລິບປິນ ແລະ ຕິມໍ-ເລສເຕ ຍັງບໍ່ມີຄະແນນ, ນັດທີ 2 ວັນທີ 2 ພຶດສະພາ ເວລາ 16:00 ມຽນມາ ພົບ ຕິມໍ-ເລສເຕ ແລະ ເວລາ 19:00 ໂມງ ຟິລິບປິນ ພົບ ກຳປູເຈຍ ທັງ 2 ຄູ່ແຂ່ງຢູ່ສະໜາມ ໂອລິມປິກ.

ສ່ວນກຸ່ມ B ປະກອບມີ: ທີມຊາດລາວ, ຫວຽດນາມ ແຊ້ມເກົ່າ, ໄທ ຮອງແຊ້ມ, ມາເລເຊຍ ແລະ ສິງກະໂປ. ນັດທີ 1 ວັນທີ 30 ເມສາ ເວລາ 16:00 ໂມງ ໄທ ພົບ ສິງກະໂປ ແລະ ເວລາ 19:00 ໂມງ ທີມຊາດລາວ ພົບ ຫວຽດນາມ ທັງ 2 ຄູ່ແຂ່ງຢູ່ສະໜາມ ປຣິ້ນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Cambodia 2023

Leave a Reply

Your email address will not be published. Required fields are marked *