ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່ 2022-23 ຮອບແບ່ງກຸ່ມ ນັດທີ 1 ໃນຄືນວັນທີ 6 ກັນຍາຜ່ານມາ, ກຸ່ມ G ແມນເຊັສເຕີ ຊິຕີ້ ທີມແຊ້ມພຣີເມ່ຍລີກ ອັງກິດ ລະດູການຜ່ານມາ ບຸກຖະຫລົ່ມ ເຊບີຢ້າ ຈາກແອັສປາຍ 4-0 ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນ ໄວ 22 ປີ ຍິງ 2 ປະຕູ, ຍິງ 4 ນັດຕິດຕໍ່ກັນ, ອີກສອງປະຕູໄດ້ຈາກ ຟິວ ໂຟເດັ້ນ ແລະ ຣູເບັນ ດີອັຊ.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ໂບຣຸສເຊຍ ດັອດມຸນ ຈາກເຢຍລະມັນ ເປີດບ້ານຊະນະ ເອຟຊີ ໂຄເປັນຮາເກັນ ແຊ້ມລີກສູງສຸດຂອງເດັນມາກ 3-0.
ກຸ່ມ E ດີນາໂມ ຊາເກັບ ແຊ້ມລີກສູງສຸດຂອງໂຄຣເອເຊຍ ເປີດບ້ານຊະນະ ເຊວຊີ ຈາກອັງກິດ 1-0, ເຊົາບວກ ແຊ້ມລີກສູງສຸດຂອງອັອສເຕຣຍ (ໂອຕຣິດ) ສະເໝີກັບ ເອຊີ ມິລານ ແຊ້ມລີກສູງສຸດຂອງອີຕາລີ 1-1.
ກຸ່ມ F ຣຽວ ມາດຣິດ ແຊ້ມເກົ່າ ທັງເປັນແຊ້ມລີກສູງສຸດຂອງແອັສປາຍ ບຸກຊະນະ ເຊວຕິກ ແຊ້ມລີກສູງສຸດຂອງສະກັອດແລນ 3-0 ແລະ ອາຣແບ ໄລຊິກ ຈາກເຢຍລະມັນ ເສຍໃຫ້ ຊັກຕ້າ ໂດເນັດ ແຊ້ມລີກສູງສຸດຂອງຢູເຄຣນ (ອູແກຣນ) 1-4.
ກຸ່ມ H ປາຣີ ແຊັງແຊກແມັງ ແຊ້ມລີກສູງສຸດຂອງຝຣັ່ງ ເປີດບ້ານຊະນະ ຢູເວັນຕຸສ ຈາກອີຕາລີ 2-1 ເອັມບັບເປ້ ຍິງສອງປະຕູ ແລະ ເບັນຟີກ້າ ຈາກປັອກຕຸຍການ ຊະນະ ແມັກຄາບີ ໄຮຟາ ແຊ້ມລີກສູງສຸດຂອງອິດສະຣາແອນ 2-0.
ສຳລັບຄືນນີ້ ເປັນນັດທີ 1 ຂອງກຸ່ມ A-D ກຸ່ມ A ອາແຈັກ ພົບ ແຣນເຈີ ເວລາ 23:45, ນາໂປລີ ພົບ ລີເວີພູລ ເວລາ 2:00, ກຸ່ມ B ແອັດເລຕິໂກ້ ມາດຣິດ ພົບ ປໍຣໂຕ້, ຄລັບບຣູດຈ໌ ພົບ ໄບເອີ ເລເວີຄູເຊັນ ເວລາ 2:00 ທັງສອງຄູ່, ກຸ່ມ C ກຸ່ມ ອິນເຕີ ມິລານ ພົບ ບາເຢິນ ມິວນິກ, ບາຣເຊໂລນ້າ ພົບ ວິກຕໍເຣຍ ພິວເຊັນ ແຂ່ງພ້ອມກັນ ເວລາ 2:00, ກຸ່ມ D ໄອແທັກ ແຟັງເຟີດ ພົບ ສະປອດຕິ້ງ ລິສບ້ອນ ເວລາ 23:45 ແລະ ສະເປີ ພົບ ມາກເຊີຍ ເວລາ 2:00.
Photo: UEFA Champions League