ຍິນດີນຳ ເຊັຟຟິວ ຢູໄນເຕັດ ທີມທີ 2 ກັບຄືນສູ່ ພຣີເມ່ຍລີກ ຕໍ່ຈາກ ເບີນລີ້

ເຊັຟຟິວ ຢູໄນເຕັດ ໜຶ່ງທີມເກົ່າແກ່ໃນອັງກິດ ສາມາດກັບຄືນສູ່ເວທີລີກສູງສຸດ ພຣີເມ່ຍລີກ ອີກຄັ້ງ ພາຍຫລັງນັດຫລ້າສຸດໃນ ເດີ ແຊ້ມປ້ຽນຊິບ ລີກອັນດັບສອງຂອງອັງກິດ ເປີດບ້ານເອົາຊະນະ ເວັສບຣອມວິກ ອາວບ້ຽນ 2-0 ເຮັດໃຫ້ທີມມີຄະແນນຫ່າງຈາກອັນດັບທີສາມ 8 ຄະແນນ ຄູ່ຕໍ່ສູ້ເຫລືອການແຂ່ງຂັນພຽງ 2 ນັດ, ເຮັດໃຫ້ ຕໍ່ຈາກ ເຊັຟຟິວ ຢູໄນເຕັດ ກັບຄືນສູ່ ພຣີເມ່ຍລີກ ແນ່ນອນແລ້ວ ທັ້ງໆທີ່ຫາກໍຕົກຊັ້ນມາລະດູການກ່ອນ 2020-21.

ເຊັຟຟິວ ຢູໄນເຕັດ ຊຸດນີ້ ຄຸມທີມໂດຍ ພໍລ ເຮັກກິ້ງບັອດຕໍ້າ ຜູ້ຈັດການທີມຊາວອັງກິດ ໄວ 45 ປີ ໃນ ເດີ ແຊ້ມປ້ຽນຊິບ ລະດູການນີ້ ລົງຫລິ້ນ 43 ນັດ ຊະນະ 26 ສະເໝີ 7 ເສຍ 10 ມີ 85 ຄະແນນ, ໄດ້ຮອງແຊ້ມ ຮອງຈາກ ເບີນລີ້.

ສຳລັບ ເຊັຟຟິວ ຢູໄນເຕັດ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1889 ເຄີຍເປັນແຊ້ມລີກສູງສຸດຂອງອັງກິດ 1 ຄັ້ງ ໃນ 125 ປີຜ່ານມາ ລະດູການ 1897–98.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Sheffield United

Leave a Reply

Your email address will not be published. Required fields are marked *