ອິນເຕີ ແຊ້ມເກົ່າ ຊະນະ ຢູເວັນຕຸສ ຮອງແຊ້ມ 1-0 ເຂົ້າຊິງໂຄປ້າ ອີຕາເລຍ 2022-23

ເຕະບານ ໂຄປ້າ ອີຕາເລຍ ລະດູການ 2022-23 ຮອບຮອງຊະນະເລີດ ນັດທີສອງ ຄືນວັນທີ 26 ເມສາຜ່ານມາ, ທັບງູໃຫຍ່ ອິນເຕີ ມິລານ ແຊ້ມເກົ່າ ເປີດບ້ານພົບກັບ ທັບມ້າລາຍ ຢູເວັນຕຸສ ຮອງແຊ້ມ ນັດທີໜຶ່ງ ສະເໝີກັນ 1-1 ທີ່ບ້ານຂອງ ຢູເວ່, ນັດນີ້ ມີປະຕູໂທນເປັນຂອງເຈົ້າບ້ານ ອິນເຕີ ນາທີ 15′ ຈາກ: ເຟເດຣິໂກ້ ດີມາໂກ້ ລວມຜົນສອງນັດ ອິນເຕີ ຊະນະ ຢູເວ່ 2-1.

ອິນເຕີ ເຂົ້າຮອບຊິງຊະນະເລີດ ໄປລຸ້ນແຊ້ມສະໄໝທີ 9 ກຽມປ້ອງກັນແຊ້ມກັບຜູ້ຊະນະລະຫວ່າງ ຟິອໍເຣນຕິນ້າ ຫລື ເຄຣໂມເນເຊ້ ທີ່ຈະລົງແຂ່ງນັດທີສອງໃນຄໍ່າຄືນນີ້ ເວລາ 2:00.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Inter

Leave a Reply

Your email address will not be published. Required fields are marked *