ບາຣຊ້າ ບຸກເສຍໃຫ້ ບາເລກາໂນ້ 1-2 ພາດໂອກາດໜີຫ່າງ ມາດຣິດ 14 ຄະແນນ

ເຕະບານ ລາລີກ້າ ແອັສປາຍ ລະດູການ 2022-23 ນັດກາງອາທິດ ຄືນວັນທີ 26 ເມສາຜ່ານມາ, ບາຣເຊໂລນ້າ ທີມນຳ ບຸກໄປຢາມ ຣາໂຢ້ ບາເລກາໂນ້ ທີມກາງຕາຕະລາງ, ນັດນີ້ ເຈົ້າບ້ານຫລິ້ນດີ ຊິງບານສ້າງໂອກາດຍິງປະຕູໃກ້ຄຽງກັບ ບາຣຊ້າ, ໄດ້ປະຕູຂຶ້ນນຳບາຣຊ້າກ່ອນໃນຕັ້ງທີໜຶ່ງ ນາທີ 19′ ຈາກ: ອານວາໂຣ້ ກາເຊຍ.

ເຄິ່ງຫລັງເຈົ້າບ້ານ ບາເລກາໂນ້ ມາໄດ້ປະຕູທີສອງຈາກ ຟຣານ ກາເຊຍ ນາທີ 53′, ບາຣຊ້າ ພະຍາຍາມທວງປະຕູຄືນ ແຕ່ຍິງໄດ້ພຽງໜຶ່ງປະຕູຈາກ ໂຣເບີດ ເລວານດັອຟສະກີ້ ນາທີ 83′ ຈົບເກມ ຣາໂຢ້ ບາເລກາໂນ້ ຊະນະ ບາຣເຊໂລນ້າ ແບບຫວຸດວິດ 2-1. ບາເລກາໂນ້ ຍັງບໍ່ເສຍໃຫ້ ບາຣຊ້າ ໃນເກມລີກ 4 ນັດຫລັງສຸດທີ່ພົບກັນ ຊະນະ 3 ສະເໝີ 1.

ຄູ່ອື່ນທີ່ໜ້າສົນໃຈ ແອັດມາດຣິດ ເປີດບ້ານຊະນະ ມາຢໍກ້າ 3-1, ຂະນະນີ້ ບາຣຊ້າ ຍັງຢຸດທີ່ 76 ຄະແນນ ຈາກ 31 ນັດ, ນຳ ຣຽວ ມາດຣິດ ແຊ້ມເກົ່າ 11 ຄະແນນ, ເຫລືອການແຂ່ງຂັນ 7 ນັດ, ສ່ວນ ແອັດມາດຣິດ ຢູ່ອັນດັບ 3 ມີ 63 ຄະແນນ.

ສຳລັບຄືນມື້ນີ້ ມີແຂ່ງ 3 ຄູ່: ບາເລັນເຊຍ ພົບກັບ ຣຽວ ບາຢາໂດລິດ, ບີຢາຣຽວ ພົບ ເອັສປັນຢໍລ ແຂ່ງພ້ອມກັນ ເວລາ 00:30 ແລະ ບິວເບົາ ພົບ ເຊບີຢ້າ ເວລາ 3:00.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Rayo Vallecano

Leave a Reply

Your email address will not be published. Required fields are marked *