ແມນຊິຕີ້ ຊະນະ ອາຣເຊນໍລ 4-1 ຄອງຄວາມໄດ້ປຽບການລຸ້ນແຊ້ມ ພຣີເມ່ຍລີກ ລະດູການນີ້

ເຕະບານ ພຣີເມ່ຍລີກ ອັງກິດ ລະດູການ 2022-23 ນັດກາງອາທິດ ຄືນວັນທີ 26 ເມສາຜ່ານມາ, ສອງທີມຍາດຊິງແຊ້ມລະດູການນີ້ ແມນເຊັສເຕີ ຊິຕີ້ ແຊ້ມເກົ່າ ເປີດບ້ານດວນກັບ ອາຣເຊນໍລ ຜູ້ທ້າຊິງ, ຊິຕີ້ ຍັງສ້າງຜົນງານດີຕໍ່ເນື່ອງ ແລະ ໄດ້ຜົນການແຂ່ງຂັນທີ່ດີໃນການພົບກັບ ອາຣເຊນໍລ, ເຈົ້າບ້ານຊິຕີ້ ນຳກ່ອນ 3 ປະຕູຈາກ: ເຄວິນ ເດີບຣອຍ ນາທີ 7′, ຈອນ ສະໂຕນ ນາທີ 45’+1 ແລະ ເຄວິນ ເດີບຣອຍ ມາຍິງປະຕູທີສອງໃຫ້ຕົນເອງ ນາທີ 54′, ທ້າຍເກມ ອາຣເຊນໍລ ທວງຄືນໄດ້ໜຶ່ງປະຕູຈາກ ຣັອບ ໂຮດິ້ງ ນາທີ 86′ ແລະ ຊິຕີ້ ມາໄດ້ປະຕູປິດທ້າຍຈາກ: ເອີລິ້ງ ຮາແລນ ນາທີ 90’+5 ຈົບເກມ ແມນຊິຕີ້ ຊະນະ ອາຣເຊນໍລ 4-1.

+ ແມນຊິຕີ້ ຍັງບໍ່ເສຍ 17 ນັດຕິດຕໍ່ກັນ ລວມທຸກລາຍການ ໃນນີ້ ຊະນະ 14 ສະເໝີ 3, ຊະນະ ເດີ ກັນເນີ້ 8 ນັດລວດລວມທຸກລາຍການ ແລະ ຍັງບໍ່ເສຍໃຫ້ ອາຣເຊນໍລ ໃນເກມລີກ 15 ນັດຫລັງສຸດທີ່ພົບກັນ ຊະນະ 13 ສະເໝີ 2, ນັບຕັ້ງແຕ່ ເປບ ກົວດີໂອລ່າ ເຂົ້າມາຄຸມ ຊິຕີ້ ພົບກັບ ອາຣເຊນໍລ ບ່ມີເສຍ.

 

ການຊະນະ ອາຣເຊນໍລ ຄັ້ງນີ້ ເຮັດໃຫ້ ຊິຕີ້ ຄອງຄວາມໄດ້ປຽບ ເດີ ກັນເນີ້ ສົມຄວນ ໃນການລຸ້ນແຊ້ມ ພຣີເມ່ຍລີກ ລະດູການນີ້, ຊິຕີ້ ມີ 73 ຄະແນນ ຈາກ 31 ນັດ ຢູ່ອັນດັບສອງ ຕາມຫລັງ ອາຣເຊນໍລ ທີມນຳ 2 ຄະແນນ ແຕ່ ຊິຕີ້ ແຂ່ງຂັນໜ້ອຍກວ່າ ອາຣເຊນໍລ 2 ນັດ.

ຂະນະທີ່ ລີເວີພູລ ບຸກແຊງຊະນະ ເວັສແຮມ 2-1, ເຊວຊີ ເສຍຄາບ້ານໃຫ້ ເບັນຟອດ 0-2 ແລະ ນັອດຕິ້ງແຮມ ຟໍເຣັສ ເປີດບ້ານແຊງຊະນະ ໄບຣຕັ້ນ 3-1.

ລີເວີພູລ ຢູ່ທີ 6 ມີ 53 ຄະແນນ ຈາກ 32 ນັດ ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 6 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ສ່ວນ ເຊວຊີ ເສຍ 5 ນັດລວດ ພາຍໃຕ້ການຄົມທີມຂອງ ແຟັງ ແລມພ໊າດ ຢູ່ອັນດັບທີ 11 ມີ 39 ຄະແນນ ຈາກ 32 ນັດ.

ສຳລັບ ຄືນມື້ນີ້ ຈະມີການແຂ່ງຂັນ 3 ຄູ່: ເອຟເວີຕັນ ພົບ ນິວຄາສເຊິນ, ເຊົາແທ່ມຕັນ ພົບ ບຣອນມັດ ແຂ່ງພ້ອມກັນ ເວລາ 1:45 ໂມງ ແລະ ສະເປີ ພົບ ແມນຢູ ເວລາ 2:15 ໂມງ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Premier League

Leave a Reply

Your email address will not be published. Required fields are marked *