ໄບຣຕັ້ນ ຂະຫຍາຍສັນຍາສະບັບໃໝ່ກັບ ອີແວນ ເຟີກູຊັນ ກອງໜ້າດາວຮຸ່ງທີມຊາດໄອແລນ ອອກໄປເຖິງປີ 2028

ໄບຣຕັ້ນ ແອນ ໂຮບ ອັລບຽນ ທີມຜົນງານເດັ່ນໃນ ພຣີເມ່ຍລີກ ລະດູການນີ້ ປະກາດຢືນຢັນ ຂະຫຍາຍສັນຍາສະບັບໃໝ່ກັບ ອີແວນ ເຟີກູຊັນ ກອງໜ້າດາວຮຸ່ງທີມຊາດໄອແລນ ຫຼື ອຽກລັງ ອາຍຸ 18 ປີ ອອກໄປເຖິງປີ 2028 ພາຍຫຼັງໂຊຜົນງານເດັ່ນກັບທີມ ລົງສະໜາມໃນລະດູການນີ້ 13 ນັດ ຍິງ 4 ປະຕູ, ຊ່ວຍ ໄບຣຕັ້ນ ຢູ່ອັນດັບ 8 ມີ 49 ຄະແນນຈາກ 29 ນັດ ຕາມຫຼັງ ອາເຊນໍລ ທີມນໍາຢູ່ 26 ຄະແນນ ແລະ ຕາມຫຼັງ ແມນຢູ ທີມອັນດັບທີ 4 ຢູ່ 10 ຄະແນນ ແຕ່ວ່າແຂ່ງໜ້ອຍບກວ່າ 1 ນັດ.


ອີແວນ ເຟີກູຊັນ ຍ້າຍຈາກ ໂບຮີມຽນ ສະໂມສອນຊື່ດັງໃນລີກສູງສຸດປະເທດໄອແລນ ມາຮ່ວມທັບ ໄບຣຕັ້ນ ໃນປີ 2020 ຜ່ານມາ, ສ່ວນໃນນາມທີມຊາດໄອແລນ ແຕ່ປີ 2022 ລົງສະໜາມ 4 ນັດ ຍິງ 2 ປະຕູ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Brighton & Hove Albion

Leave a Reply

Your email address will not be published. Required fields are marked *