ມັນແນ່ນອນ! ສຕລ ຈະຈັດການແຂ່ງຂັນເຕະບານແຫ່ງຊາດ ຊິງແຊ້ມທົ່ວປະເທດ ທີມຍິງ-ທີມຊາຍ ເດືອນຕຸລາ-ພະຈິກ 2022

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຢືນຢັນຈະຈັດການແຂ່ງຂັນເຕະບານແຫ່ງຊາດ ຊິງແຊ້ມທົ່ວປະເທດ ທີມຍິງ-ທີມຊາຍ ໃນລະຫວ່າງເດືອນຕຸລາ-ພະຈິກ 2022 ຈະແຂ່ງຂັນຢູ່ນະຄອນຫລວງວຽງຈັນທັງທີມຍິງ ແລະ ທີມຊາຍ, ພາຍຫລັງລາຍການນີ້ ໄດ້ມີຜົນຕອບຮັບທີ່ດີ ແລະ ໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫລວງຫລາຍ ໃນການແຂ່ງຂັນຄັ້ງຜ່ານມາ ໂດຍສະເພາະທີມຊາຍ ຊິງຂັນວັນຊາດ 45 ປີ ມີຜູ້ຊົມຮອບຊິງລົ້ນສະໜາມກິລາແຫ່ງຊາດ ຫລັກ 16 ລວມທັງການຕິດຕາມການຖ່າຍທອດສົດ ແລະ ສື່ອອນລາຍຕ່າງໆຫລາຍລ້ານຄັ້ງ.

ສຳລັບການແຂ່ງຂັນປະເພດທີມຊາຍ ສຕລ ເປີດລົງທະບຽນວັນທີ 1-21 ຕຸລາ 2022 ຈະແຂ່ງຂັນໃນລະຫວ່າງວັນທີ 29 ຕຸລາ – 13 ພະຈິກ 2022 ເຊິ່ງ ສຕລ ຈະຮັບຜິດຊອບຄ່າເດີນທາງ, ທີ່ພັກ, ອັດຕາກິນ ແລະ ສະຖານທີ່ຝຶກຊ້ອມໃນໄລຍະແຂ່ງຂັນ, ໂດຍກຳນົດ ບໍ່ອະນຸຍາດໃຫ້ນັກກິລາໃນການແຂ່ງຂັນລາວລີກ 1 ແລະ ທີມຊາດ ຮຸ່ນອາຍຸບໍ່ເກີນ 17 ປີ ຂຶ້ນໄປລົງແຂ່ງຂັນ, ສ່ວນຮູບແບບການແຂ່ງຂັນ ແບ່ງເປັນກຸ່ມ ແລະ ຄັດເຂົ້າຮອບນັອກເອົ້ານັດດຽວ ເສຍຄັດອອກ.

ຂະນະທີ່ ການແຂ່ງຂັນປະເພດທີມຍິງ ສຕລ ເປີດລົງທະບຽນວັນທີ 12-30 ກັນຍາ 2022 ຈະແຂ່ງຂັນໃນລະຫວ່າງວັນທີ 8-22 ຕຸລາ 2022 ເຊິ່ງ ສຕລ ຈະຮັບຜິດຊອບຄ່າເດີນທາງ, ທີ່ພັກ, ອັດຕາກິນ ແລະ ສະຖານທີ່ຝຶກຊ້ອມໃນໄລຍະແຂ່ງຂັນ, ໂດຍຈະມີການກຳນົດນັກກິລາທີມຊາດສາມາດລົງແຂ່ງຂັນໄດ້ ແຕ່ມີຈຳນວນຈຳກັດ ເຊິ່ງກຳລັງຢູ່ໃນໄລຍະການພິຈາລະນາ ສ່ວນຮູບແບບການແຂ່ງຂັນເໝືອນທີມຊາຍ ແບ່ງເປັນກຸ່ມ ແລະ ຄັດເຂົ້າຮອບນັອກເອົ້ານັດດຽວ ເສຍຄັດອອກ.

Photo: LFF

Leave a Reply

Your email address will not be published. Required fields are marked *