ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ U20 ເຂົ້າສູນຝຶກຊ້ອມແຕ່ວັນທີ 31 ສິງຫາຜ່ານມາ, ເພື່ອກຽມຄວາມພ້ອມກ່ອນເຂົ້າຮ່ວມແຂ່ງຂັນ ຮອບຄັດເລືອກ U20 ຊີງແຊ້ມອາຊີ, ທີ່ ສປປ ລາວ ເປັນເຈົ້າພາບ ກຸ່ມ C ປະກອບມີ: ທີມຊາດລາວ, ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ, ຈະແຂ່ງຂັນລະຫວ່າງວັນທີ 10-18 ກັນຍາ 2022.
ທີມຊຸດນີ້ຄຸມທີມໂດຍ ທ່ານ Hans Michael Weiss ຫົວໜ້າຄູຝຶກຊາວເຢຍລະມັນ.
ນັກເຕະປະກອບມີ: ຜູ້ຮັກສາປະຕູ: ພູນິນ ໄຊຍະສອນ, ກົບ ໂລກພະທິບ, ຈັນທະວີໄຊ ທຽບອານົງ ຈາກ ເອສະຣາ ແລະ ຈັນທະວີສຸກ ຫນູວໍລະວົງ ຈາກແຂວງສະຫວັນນະເຂດ.
ກອງຫລັງ: ອານັນຕະຊາ ສີພົງພັນ, ພຸດທະວົງ ສັງວິໄລ, ສະເຫລີມໄຊ ພົມມະວົງ, ວົງສັກດາ ຈັນທະລືໄຊ, ສີສັດຕະນາ ກັນລະຍາ, ລາວີ ສົມທອງຄຳ, ພົນສັກ ສິສະຫວາດ ແລະ ຟຸດບອນ ກຸນນະເສນ ຈາກ ເອສະຣາ, ເພັດດາວັນ ສົມສະນິດ ຈາກ ຈຳປາສັກ ແລະ ທີລະພົນ ປະຖໍາມະວົງ ຈາກ ສະໂມສອນ ເມືອງຫາດ.
ກອງກາງ: ຈັນທະວີໄຊ ຂຸນທຸມພອນ, ດາຫມົດ ທອງຄຳສະຫວັດ ຈາກ ຈຳປາສັກ, ວົງພະຈັນ ພຸດທະວົງ ຈາກ ເມືອງຫາດ, ຄຳປານ ດວງວິໄລ, ສີສຸພົນ ອັກຄະວົງ ຈາກ ວຽງຈັນ, ບຸນປະເສີດ ທຳມະຂັນ ຈາກ ມາສເຕີ້ ເຊເວັ້ນ, ສິນນະກອນ ກູມະນີຄຳ ຈາກ ຫຼວງພະບາງ, ຄອນສະຫວັນ ແກ້ວຫນູຈັນ ຈາກ ຊ້າງນ້ອຍ, ພອນໄຊ ໄຊມົນທຽນ ແລະ ຈັນທະວີພອນ ພູມສະຫວັນ ຈາກ ເອສະຣາ.
ກອງຫນ້າ: ສາຍຝົນ ແກ້ວຫານາມ ຈາກ ນົນທະບູລີ ເອັຟຊີ ປະເທດໄທ, ປີເຕີ້ ພັນທະວົງ, ອຸ່ນ ເພັດວົງສາ, ອາທິດ ຫຼວງລາດ ຈາກ ເອສະຣາ ແລະ ພົມມາ ໂຄດພູທອນ ຈາກ ແຂວງຄໍາມ່ວນ.
ທີມຊາດລາວ U20 ຈະມີການປະກາດ 23 ຄົນສຸດທ້າຍ ໃນວັນທີ 9 ກັນຍານີ້, ສຳລັບຕາຕະລາງ ທີມຊາດລາວ ພົບກັບ ກວມ ໃນວັນທີ 10 ກັນຍາ ເວລາ 19:00 ໂມງ, ທີມຊາດລາວ ພົບ ຍີ່ປຸ່ນ ໃນວັນທີ 12 ກັນຍາ ເວລາ 19:00 ໂມງ, ທີມຊາດລາວ ພົບກັບ ເຢເມນ 14ກັນຍາ ເວລາ 19:00 ໂມງ ແລະ ທີມຊາດລາວ ພົບ ປາແລສຕິນ ໃນວັນທີ 18 ກັນຍາ ເວລາ 19:00 ໂມງ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16, ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 HD. ບັດເຂົ້າຊົມລາຄາ 10.000 ກີບ ສາມາດຊື້ໄດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫນາມກິລາແຫ່ງຊາດຫຼັກ 16 ໃນມື້ທີ່ມີການແຂ່ງຂັນ.