ສປປ ລາວ ໄດ້ຮັບຜົນສຳເລັດຫລາຍຢ່າງ ໃນການເປັນເຈົ້າພາບ ປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26

ໃນລະຫວ່າງວັນທີ 1-6 ກັນຍາ 2022 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ພາຍຫລັງໄດ້ຮັບຄວາມໄວ້ວາງໃຈຈາກສະຫະພັນກິລາປິ່ງປ່ອງອາຊີ ແລະ ບັນດາປະເທດສະມາຊິກ ໃຫ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ເຊິ່ງຕະຫລອດການກະກຽມຄວາມພ້ອມຮອບດ້ານ ແລະ ການແຂ່ງຂັນຈົນສຳເລັດ ເຫັນໄດ້ວ່າ: ສປປ ລາວ ໄດ້ຮັບຜົນສຳເລັດຫລາຍຢ່າງ ເປັນຕົ້ນ ໄດ້ຍົກສູງບົດບາດຄວາມສາມາດໃນການເປັນເຈົ້າພາບງານໃຫຍ່ລະດັບທະວີບ ເພື່ອຕໍ່ຍອດສູ່ການເປັນເຈົ້າພາບງານອື່ນໆລະດັບສາກົນໃນຕໍ່ໜ້າ, ໄດ້ສ້າງໂອກາດທີ່ດີໃຫ້ນັກກິລາປິ່ງປ່ອງລາວ ລວມທັງບຸກຄະລາກອນຮອບດ້ານຂອງປິ່ງປ່ອງລາວ ໄດ້ຮັບບົດຮຽນ ແລະ ປະສົບການອັນໃໝ່ ເພື່ອນຳມາປັບປຸງ ແລະ ພັດທະນາຕົນເອງໃຫ້ທຽມທັນກັບພາກພື້ນ ແລະ ສາກົນ, ໄດ້ເສີມສ້າງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືກັບສະຫະພັນປິ່ງປ່ອງອາຊີ, ອາຊຽນ ແລະ ບັນດາປະເທດສະມາຊິກ, ນອກຈາກນີ້ ກໍໄດ້ສົ່ງເສີມການທ່ອງທ່ຽວ ເຮັດໃຫ້ສາກົນຮູ້ຈັກ ສປປ ລາວຫລາຍຂຶ້ນ.

ການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງນີ້ ມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ຜ່ານການຄັດເລືອກເຂົ້າຮ່ວມ, ຊິງໄຊທັງໝົດ 11 ລາຍການ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ແລະ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 7 ລາຍການ, ນອກຈາກນີ້ ຍັງມີຄະນະນຳຈາກສະຫະພັນປິ່ງປ່ອງອາຊີ, ທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ສະເພາະລາວເຮົາ ສາມາດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ຍ້ອນໄດ້ສິດທິພິເສດໃນນາມເຈົ້າພາບ ຈຶ່ງເປັນໂອກາດດີໃຫ້ນັກກິລາລາວຈະທົດສອບສີມືກັບນັກກິລາລະດັບແຖວໜ້າຂອງທະວີບ.

ເຊິ່ງຜ່ານການແຂ່ງຂັນ ທັງລະດັບເຍົາວະຊົນ U15 ແລະ ລະດັບໄວໜຸ່ມ U19 ເຈົ້າຂອງຫລຽນຄຳແມ່ນ ສປ ຈີນ ໄດ້ມາທັງໝົດ 5 ຫລຽນຄຳ 3 ຫລຽນເງິນ ແລະ 8 ຫລຽນທອງ, ໃນນີ້ ລະດັບເຍົາວະຊົນ U15 ຈີນ ໄດ້ມາ 1 ຫລຽນຄຳ 2 ຫລຽນທອງ ແລະ ລະດັບໄວໜຸ່ມ U19 ໄດ້ມາ 4 ຫລຽນຄຳ 3 ຫລຽນເງິນ ແລະ 6 ຫລຽນທອງ.

ອັນດັບທີ 2 ຍີ່ປຸ່ນ ໄດ້ 4 ຫລຽນຄຳ 3 ຫລຽນເງິນ ແລະ 3 ຫລຽນທອງ, ທີ 3 ອິນເດຍ ໄດ້ 1 ຫລຽນຄຳ 3 ຫລຽນທອງ, ທີ 4 ໄທ ໄດ້ 1 ຫລຽນຄຳ, ທີ 5 ໄຕ້ຫວັນ ໄດ້ 5 ຫລຽນເງິນ.

ຕະຫລອດການແຂ່ງຂັນ 6 ວັນ ເຫັນໄດ້ເຖິງຄວາມສາມັກຄີ ໄມຕີຈິດມິດຕະພາບ ແລະ ຄວາມມີນໍ້າໃຈນັກກິລາ ເຮັດໃຫ້ການແຂ່ງຂັນຄັ້ງນີ້ ສຳເລັດລົງຢ່າງຈົບງາມ. ສ່ວນໃນຕໍ່ໜ້າ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ແມ່ນມີແຜນການເຄື່ອນໄຫວຫລາຍຢ່າງ ໂດຍສະເພາະການພັດທະນາບຸກຄະລາກອນ ແລະ ຊອກຫາທ່າແຮງທຶນຮອນມາສະໜັບສະໜູນປິ່ງປ່ອງລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປເທື່ອລະກ້າວ.

ສຳລັບນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022) ສ່ວນການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 27 ປະເທດອິນເດຍ ຈະເປັນເຈົ້າພາບ ໃນປີ 2023.

Photo: Lao Table Tennis Federation & ATTU

Leave a Reply

Your email address will not be published. Required fields are marked *