ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ໄດ້ປິດສາກລົງຢ່າງເປັນທາງການໃນຕອນແລງວັນທີ 6 ກັນຍານີ້ ເຊິ່ງມື້ສຸດທ້າຍຂອງການແຂ່ງຂັນໄດ້ມີການຊິງຊະນະເລີດ 5 ລາຍການ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19).
ຜົນປະກົດວ່າ: ປະເພດຄູ່ຊາຍ U19 ຈາກຍີ່ປຸ່ນ ແຊງຊະນະ ຄູ່ຈາກຈີນ 3-2 ເກມ, ຍີ່ປຸ່ນ ໄດ້ແຊ້ມປະເພດຄູ່ຊາຍລາຍການນີ້ ສອງຄັ້ງຕິດຕໍ່ກັນ, ອັນດັບ 3 ຮ່ວມ ເປັນຂອງຄູ່ຈາກອິນເດຍ ແລະ ຈີນ, ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ.
ປະເພດຄູ່ຍິງ U19 ແຊ້ມເປັນຂອງຄູ່ຈາກຍີ່ປຸ່ນ ຊະນະ ຄູ່ຈາກໄຕ້ຫວັນ 3-0 ເກມ, ທີ 3 ຮ່ວມ ຄູ່ຈາກຈີນ ທັງສອງຄູ່, ສ່ວນນັກກິລາຈາກລາວບໍ່ຜ່ານຮອບຄັດເລືອກ. ຂະນະທີ່ ປະເພດຄູ່ປະສົມ U19 ແຊ້ມເປັນຂອງອິນເດຍ ຄູ່ມື 1 ຂອງລາຍການ ຮອບຊິງຊະນະຄູ່ຈາກຈີນ 3-2 ເກມ, ອິນເດຍ ໄດ້ແຊ້ມປະເພດຄູ່ປະສົມລາຍການນີ້ຄັ້ງທຳອິດ, ທີ 3 ຮ່ວມແມ່ນຄູ່ຈາກຮົງກົງ ແລະ ສາທາລະນະລັດເກົາຫລີ. ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ.
ປະເພດຍິງດ່ຽວ U19 ທີ 1 ແລະ ທີ 2 ແມ່ນນັກກິລາຈາກຈີນ, ທີ 3 ຮ່ວມ: ອິນເດຍ ແລະ ຈີນ, ຂະນະທີ່ ແຊ້ມຊາຍດ່ຽວ U19 ເປັນຂອງນັກກິລາຈາກຈີນ, ທີ 2 ໄຕ້ຫວັນ, ທີ 3 ຮ່ວມອີກສອງນັກກິລາຈາກຈີນ.
ສ່ວນປະເພດທີມຍິງ U19 ປີ ສປ ຈີນ ຄອງແຊ້ມອາຊີ 23 ສະໄໝຕິດຕໍ່ກັນ ພາຍຫລັງເອົາຊະນະ ໄຕ້ຫວັນ 3-1 ຄູ່, ທີ 3 ຮ່ວມ: ສາທາລະນະລັດເກົາຫລີ ແລະ ຍີ່ປຸ່ນ. ຂະນະທີ່ ທີມຊາຍ U19 ແຊ້ມກໍເປັນຂອງຈີນ ຮອບຊິງ ຊະນະ ຍີ່ປຸ່ນ 3-0 ຄູ່ ປ້ອງກັນແຊ້ມໄດ້ສຳເລັດ ແລະ ເປັນແຊ້ມສະໄໝທີ 4 ຕິດຕໍ່ກັນ, ທີ 3 ຮ່ວມ: ສາທາລະນະລັດເກົາຫລີ ແລະ ອິນເດຍ. ຂະນະທີ່ ທີມຍິງ, ທີມຊາຍຈາກລາວ ບໍ່ຜ່ານຮອບຄັດເລືອກ.
ສ່ວນລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ແຊ້ມປະເພດຍິງດ່ຽວແມ່ນນັກກິລາຈາກໄທ, ທີ 2 ຍີ່ປຸ່ນ, ທີ 3 ຮ່ວມ: ສາທາລະນະລັດເກົາຫລີ ແລະ ຍີ່ປຸ່ນ; ປະເພດຊາຍດ່ຽວ U15 ແຊ້ມ ແລະ ຮອງແຊ້ມເປັນຂອງຍີ່ປຸ່ນ, ທີ 3 ຮ່ວມ: ຈີນ ແລະ ຄາຊັກສະຖານ.
ລະດັບເຍົາວະຊົນ U15 ແຊ້ມປະເພດທີມຍິງເປັນຂອງ ຍີ່ປຸ່ນ ໄດ້ແຊ້ມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ: ສາທາລະນະລັດເກົາຫລີ ແລະ ຈີນ ແຊ້ມເກົ່າ; ປະເພດທີມຊາຍ U15 ສປ ຈີນ ປ້ອງກັນແຊ້ມໄດ້ສຳເລັດ ແລະ ເປັນແຊ້ມສະໄໝທີ 4 ຕິດຕໍ່ກັນ, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ ຍີ່ປຸ່ນ ແລະ ອີຣານ.
Photo: Lao Table Tennis Federation & ATTU