ເວີສະເຕັບເປິ້ນ ຄົນທຳອິດ ຄວ້າແຊ້ມ F1 4 ລາຍການຕິດຕໍ່ກັນໃນປີນີ້

ແມັກ ເວີສະເຕັບເປິ້ນ ແຊ້ມໂລກ ລົດສູດໜຶ່ງ ຟໍຣມູລ້າວັນ ຄົນຫລ້າສຸດ ຈາກທີມເຣດບລູ ເຣຊິ້ງ ກາຍເປັນນັກຂັບຄົນທຳອິດ ທີ່ສາມາດຄວ້າແຊ້ມ F1 4 ລາຍການຕິດຕໍ່ກັນໃນປີນີ້ ຫລ້າສຸດໄດ້ແຊ້ມລາຍການ ດັດຈ໌ ກຣັງປຣີ ໃນທ້າຍອາທິດຜ່ານມາ ທີ່ສະໜາມແຊນວູດ ປະເທດໂຮນລັງ, ໂດຍ ເວີສະເຕັບເປິ້ນ ອອກໂຕເປັນຄົນທຳອິດ ແລະ ປະຄອງລົດຄູ່ໄຊເຂົ້າເສັ້ນໄຊເປັນຄົນທຳອິດ 72 ຮອບ ເວລາ 1 ຊົ່ວໂມງ 36 ນາທີ 42.773 ວິນາທີ ເອົາຊະນະອັນດັບສອງ ຈັອສ ຣັສເຊວ ຊາວສະຫະຣາຊອານາຈັກ ຈາກທີມເມີຊີເດັສ 4.071 ວິນາທີ.

ແມັກ ເວີສະເຕັບເປິ້ນ ສ້າງສະຖິຕິໃໝ່ໃຫ້ຕົນເອງ ໄດ້ແຊ້ມ F1 4 ລາຍການຕິດຕໍ່ກັນເປັນຄັ້ງທຳອິດ ແລະ ເປັນແຊ້ມສະໜາມທີ 10 ຈາກ 15 ສະໜາມໃນປີນີ້ ເຊິ່ງເປັນລະດູການທີສອງຕິດຕໍ່ກັນທີ່ ເວີສະເຕັບເປິ້ນ ໄດ້ແຊ້ມຫລັກ 10 ສະໜາມ.

ຜ່ານໄປ 15 ສະໜາມ ຜູ້ນຳຄະແນນລວມແມ່ນ ເວີສະເຕັບເປິ້ນ ແຊ້ມເກົ່າ ມີ 310 ຄະແນນ, ທີ 2 ຊາວ ເລັກເລີ ຊາວໂມນາໂຄ ຈາກທີມເຟີຣາຣີ ມີ 201 ຄະແນນເທົ່າກັບ ເຊີຈີໂອ້ ເປເຣັຊ ຊາວເມັກຊິໂກ້ ຈາກທີມເຣດບລູ ເຣຊິ້ງ, ຂະນະທີ່ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈາກທີມເມີຊີເດັສ ມີ 158 ຄະແນນ. ທີມຜູ້ສ້າງ ທີມນຳແມ່ນ ເຣດບລູ ເຣຊິ້ງ ມີ 511 ຄະແນນ, ທີ 2 ເຟີຣາຣີ້ ມີ 376 ຄະແນນ, ທີ 3 ເມີຊີເດັສ ມີ 346 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 16 ລາຍການ ອີຕາລ້ຽນ ກຣັງປຣີ ທີ່ສະໜາມມອນຊ້າ ປະເທດອີຕາລີ ຈະແຂ່ງຂັນໃນວັນທີ 9-11 ກັນຍານີ້.

Photo: F1

Leave a Reply

Your email address will not be published. Required fields are marked *