ສຕລ ປະກາດລາຍຊື່ 25 ນັກເຕະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິອາຣັບເບຍ ກຽມຮ່ວມຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ

ທີມຊາດລາວ ຊຸດຊີເກມ 2023 ທີ່ຄຸມທີມໂດຍ ໄມເຄີນ ໄວສ໌ ປະກາດລາຍຊື່ນັກກິລາ 25 ຄົນ ໄປຝຶກຊ້ອມຢູ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສານີ້ ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ, ໂດຍ 25 ນັກກິລາ ປະກອບມີ: ຜູ້ຮັກປະຕູ: ຈັນທະວີໄຊ ທຽບອານົງ, ກົບ ໂລກພະທິບ ຈາກ ເອສະຣາ ແລະ ສໍລະສັກ ທິລາວົງ ຈາກ ຊ້າງນ້ອຍ; ກອງຫລັງ: ເທໂອ ຄລາຍນ໌ ຈາກ Omaha Mavericks (ລີກລະດັບມະຫາວິທະຍາໄລຂອງ ອາເມຣິກາ), ອານັນຕະຊາ ສີພົງພັນ, ພຸດທະວົງ ສັງວິໄລ, ວົງສັກດາ ຈັນທະລືໄຊ, ພຸດທະລັກ ທອງສະນິດ ຈາກ ເອສະຣາ, ເພັດດາວັນ ສົມສະນິດ ຈາກ ມາສເຕີ ເຊເວັ້ນ, ອີນທະຈັກ ສີສຸພັນ ຈາກ ຫຼວງພະບາງ, ຂຸນວັງ ສູນດາລາ ຈາກ ນ້ຳທາ ຢູໄນເຕັດ ແລະ ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ; ກອງກາງ: ໂຣມັນ ອານຸສອນ ອັນໂກ ຈາກ Bahlinger SC (ລີກລະດັບ 4 ຂອງເຢຍລະມັນ), ອານຸສອນ ໄຊປັນຍາ, ຈັນທະວີໄຊ ຂຸນທຸມພອນ, ດາໝົດ ທອງຄຳສະຫວັດ, ພົນສັກ ສີສະຫວາດ, ອຸ່ນ ເພັດວົງສາ ຈາກ ເອສະຣາ ແລະ ສອນໄຊ ພັນທະໄຊ ຈາກ ມາສເຕີ ເຊເວັ້ນ; ກອງຫນ້າ: ໂຈນີ້ ແຫວນປະເສີດ, ອາທິດ ຫລວງລາດ, ປີເຕີ້ ພັນທະວົງ ຈາກ ເອສະຣາ, ສຸກພະຈັນ ເລື່ອນທະລາ ຈາກ ມາສເຕີ ເຊເວັ້ນ, ທະນົງໄຊ ຣາມາງກຸນ ຈາກ ນ້ຳທາ ຢູໄນເຕັດ ແລະ ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ Montceau (ລີກລະດັບ 4 ຂອງຝຣັ່ງ)

ວັນທີ 11 ເມສາ 2023 ຄະນະຄູຝຶກ ແລະ ນັກກິລາ ໄດ້ອອກເດີນທາງໄປເກັບໂຕຝຶກຊ້ອມ ທີ່ນະຄອນຣີຢາດ ປະເທດຊາອຸດິອາຣັບເບຍ, ລະຫວ່າງວັນທີ 12 ຫາ 25 ເມສາ ກ່ອນຈະຄັດໃຫ້ເຫຼືອ 20 ຄົນ ເປັນຕົວແທນທີມຊາດລາວ ເຂົ້າຮ່ວມ ຊີເກມ ຄັ້ງທີ 32 ເຊິ່ງທີມຊາດລາວ ຖືກຈັດຢູ່ ກຸ່ມ B ຮ່ວມກັບ ຫວຽດນາມ ແຊ້ມເກົ່າ, ໄທ ຮອງແຊ້ມ, ມາເລເຊຍ ແລະ ສິງກະໂປ.

ນັດທຳອິດ ຂອງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີ ຈະພົບກັບ ຫວຽດນາມ ວັນທີ 30 ເມສານີ້, ນັດທີ 2 ພົບກັບ ມາເລເຊຍ ວັນທີ 3 ພຶດສະພາ, ນັດທີ 3 ພົບກັບ ສິງກະໂປ ທີ 6 ພຶດສະພາ ແລະ ນັດທີ 4 ພົບກັບ ໄທ ວັນທີ 8 ພຶດສະພາ.

ສ່ວນກຸ່ມ A ມີ: ເຈົ້າພາບ ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍເລັສເຕ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Lff

Leave a Reply

Your email address will not be published. Required fields are marked *