ສະເວຍເຕັກ ມື 1 ຂອງໂລກ ເຂົ້າຮອບ 8 ຄົນສຸດທ້າຍ! ເທັນນິສ ແກຣນສະແລມ US Open 2022

ການແຂ່ງຂັນເທັນນິສ ແກຣນສະແລມ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ ສະຫະລັດ ອາເມຣິກາ ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປແລນ (ໂປໂລຍ) ແຊງຊະນະ ຈູເລ້ ນີໂມເອີ ອັນດັບ 108 ຂອງໂລກ ຈາກເຢຍລະມັນ 2-1 ເຊັດ: 2-6, 6-4, 6-0 ຮອບ 8 ຄົນສຸດທ້າຍ ຢູເອັສ ໂອເພັນເປັນຄັ້ງທຳອິດ ໄປພົບກັບ ເຈັສຊີກ້າ ເປລູກ້າ ມື 8 ຂອງລາຍການ ຈາກເຈົ້າພາບ ທີ່ເອົາຊະນະ ເປຕ້າ ຄີໂຕວ້າ ມື 21 ຂອງລາຍການ ຈາກສາທາລະນະລັດເຊັກ 2-0 ເຊັດ: 6-3, 6-2 ເປລູກ້າ ເຂົ້າຮອບ 8 ຄົນສຸດທ້າຍລາຍການນີ້ເປັນຄັ້ງທຳອິດ.

ຂະນະທີ່ ອາຣີນ້າ ຊາບາເຣັນກ້າ ມື 6 ຂອງລາຍການ ຈາກເບລາຣຸສ ແລະ ຄາໂຣລີນ້າ ປິສໂກວ້າ ມື 22 ຈາກສາທາລະນະລັດເຊັກ ກໍຜ່ານໄດ້.

Photo: US Open Tennis Championships

Leave a Reply

Your email address will not be published. Required fields are marked *