ຊ້າງນ້ອຍ ແຊ້ມເກົ່າ ຄວ້າໄຊ 7 ນັດລວດ ພາຍຫຼັງຈົບຮອບຂາໄປ ລາວລີກ 1 ປີ 2023

ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ອາທິດທີ 7 ນັດສຸດທ້າຍຂອງຮອບຂາໄປ ໃນທ້າຍອາທິດຜ່ານມາ ວັນທີ 8 ແລະ 9 ເມສາ ມີແຂ່ງ 4 ຄູ່, ຊ້າງນ້ອຍ ເອຟຊີ ແຊ້ມເກົ່າ ຍັງຟອມດີຕໍ່ເນື່ອງ ບຸກໄປເອົາຊະນະ ຫຼວງພະບາງ ເຖິງຖິ່ນ ສະໜາມແຂວງຫຼວງພະບາງ ແບບຫວຸດວິດ 1-0 ຈາກປະຕູໄຊ ຄາຍເດ້ ໂອຄອນເນວ ກອງຫລັງຊາວສາທາະລະນະລັດໄອຣແລນ (ອຽກລັງ) ນາທີ 7′ ຊ້າງນ້ອຍ ຄວ້າໄຊຊະນະ 7 ນັດລວດ ເກັບ 21 ຄະແນນເຕັມ.

ຂະນະທີ່ ເອສຣາ ເອຟຊີ ຊະນະ ຈໍາປາສັກ 8-0, ນ້ອງໃໝ່ ນໍ້າທາ ຢູໄນເຕັດ ເປີດສະໜາມກິລາແຂວງຫລວງນໍ້າທາ ສະເໝີກັບ ມາສເຕີ ເຊເວັ້ນ ເອຟຊີ 2-2, ສ່ວນ ວຽງຈັນ ເອັຟຊີ ເສຍໃຫ້ ກອງທັບ ເອັຟຊີ 1-3.

ຕາຕະລາງຄະແນນພາຍຫຼັງຈົບຮອບຂາໄປນັດທີ 7 ຊ້າງນ້ອຍ ແຊ້ມເກົ່າ ເກັບ 21 ຄະແນນເຕັມ ເປັນທີມນຳຢ່າງສະຫງ່າ, ມາສເຕີ ເຊເວັ້ນ ມີ 13 ຄະແນນ, ເອສຣາ ມີ 11 ຄະແນນ, ກອງທັບ ມີ 9 ຄະແນນ, ວຽງຈັນ 7 ຄະແນນ, ຫລວງພະບາງ 6 ຄະແນນ, ຈຳປາສັກ ແລະ ນໍ້າທາ ຢູໄນເຕັດ ນ້ອງໃໝ່ ມີ 5 ຄະແນນ.

ສ່ວນຜູ້ຍິງປະຕູຫຼາຍສຸດແມ່ນ ພັດທະນາ ພົມມະເທບ ຈາກ ເອສຣາ ຍິງ 5 ປະຕູ, ບຸນພະຈັນ ບຸນກອງ ຈາກ ຊ້າງນ້ອຍ 4 ປະຕູ, ສ່ວນ 3 ປະຕູມີ: ໂຈນີ້ ແຫວນປະເສີດ, ອາທິດ ຫຼວງລາດ ຈາກ ເອສຣາ, ຄາຍເດ້ ໂອຄອນເນວ ຈາກ ຊ້າງນ້ອຍ, ອາຢູກາວ້າ ຢູກິຮິໂຣະ ຈາກ ມາສເຕີ ເຊເວັ້ນ ແລະ ຕີ ສີຫາລາດ ຈາກ ກອງທັບ. ສ່ວນ ສໍລະສັກ ທິລະວົງ ຜູ້ຮັກສາປະຕູຈາກ ຊ້າງນ້ອຍ ບໍ່ເສຍປະຕູເຖິງ 6 ນັດ ຈາກ 7 ນັດ ໃນຮອບຂາໄປ. ຫລັງຈາກນີ້ໄປ ລາວລີກ 1 ປະຈຳປີ 2023 ຈະພັກຍາວສົມຄວນຄື: ພັກບຸນປີໃໝ່ລາວ ແລະ ຊີເກມ ຄັ້ງທີ 32 ກຳປູເຈຍ ຈະກັບມາແຂ່ງຂັນອາທິດທີ 8 ຮອບຂາກັບ ໃນວັນທີ 20 ພຶດສະພານີ້ ຫລັງສຳເລັດຊີເກມ 2023.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Lao league 1

Leave a Reply

Your email address will not be published. Required fields are marked *